Wednesday, 8 November 2017

ບໍລິສັດພັດທະນາ ຫີນປະເສີດ ລາວ-ຈີນ ມອບເງິນອຸປະຖຳ ກອງປະຊຸມສະພາ 100 ລ້ານກີບ


ຂປລ. ບໍລິສັດ​ພັດທະນາ ​ຫີນ​ປະ​ເສີດ ລາວ-ຈີນ ຈຳກັດ ນຳ​ໂດຍ ທ່ານ ວິພາກ​ອນ ສິດທິ​ປັນຍາ ຮອງ​ຜູ້ອຳນວຍການ ​ບໍລິສັດ​ດັ່ງກ່າວ, ​ໄດ້​ມອບ​​ເງິນ ຈຳນວນ 100 ລ້ານ​ກີບ ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ ​ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ ​ການ​ຮັບ​ໃຊ້​ກອງ​ປະຊຸມ​ ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​ໃນຕອນ​ເຊົ້າ​ວັນ​ທີ 8 ພະຈິກ 2017 ນີ້, ​ໂດຍ​ມອບ​ຜ່ານ​ ທ່ານ ​ນາງ ສວນ​ສະຫວັນ ວິ​ຍະ​ເກດ ​ຄະນະ​ປະຈຳ ​ສະພາ​ແຫ່ງຊາດ, ​ເລຂາທິການ​ສະພາ​ແຫ່ງ​ຊາດ.
​ໃນໂອກາດ​ນນີ້, ທ່ານ​ ນາງ ສວນ​ສະຫວັນ ວິ​ຍະ​ເກດ ​ກໍ​ໄດ້​ສະ​ແດງ​ ຄວາມ​ຂອບ​ອົກ​ຂອບ​ໃຈ​ ມາ​ຍັງບໍລິສັດ​ ພັດທະນາ​ຫີນ​ປະ​ເສີດ ລາວ-ຈີນ ຈຳກັດ ທີ່​ໄດ້​ໃຫ້ການ​ອຸປະຖຳ​ ຕໍ່​ກອງ​ປະຊຸມສະ​ໄໝ​ ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ ປະກອບສ່ວນ​ໜຶ່ງ​ທີ່​ສຳຄັນ​ ເພື່ອ​ເຮັດ​ໃຫ້ ​ກອງ​ປະຊຸມ​ຄັ້ງ​ນີ້ ​ດຳ​ເນີນ​ໄປຕາມ​ຄາດໝາຍ ​ທີ່​ວາງ​ໄວ້.
ຂ່າວ: ຈັນທະ​ລອນ
ພາບ: ວຽງ​ຈັນ​ໃໝ່

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...