ຂປລ. ໃນວັນທີ 8 ພະຈິກ 2017 ທີ່ຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ຈັດປະຖະກະຖາ ໃນຫົວຂໍ້ “ວັນມະຫາປະຕິວັດ ເດືອນຕຸລາຣັດເຊຍ ຄົບຮອບ 100 ປີ” (7/11/1917-7/11/2017) ຂຶ້ນ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ມີບັນດາຄະນະພັກກະຊວງ, ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງສູນກາງ, ຄະນະພັກ ແລະ ຄະນະໂຄສະນາອົບຮົມ ນະຄອນຫລວງເຂົ້າຮ່ວມ.
ຈຸດປະສົງ ການປະຖະກະຖາໃນຄັ້ງນີ້, ກໍເພື່ອເປັນການໂຄສະນາ, ສຶກສາອົບຮົມການເມືອງ ແນວຄິດ ກ່ຽວກັບການກຳເນີດເກີດຂຶ້ນ ຂອງລັດທິສັງຄົມນິຍົມ-ລັດ ຂອງຊົນຊັ້ນກຳມະກອນທຳອິດ ໃນປະຫວັດສາດ ຂອງມະນຸດ ແລະ ເຮັດໃຫ້ລັດທິສັງຄົມນິຍົມ ຈາກທິດສະດີ ກາຍມາເປັນຈິງ ໃນຊີວິດການເມືອງຂອງໂລກ. ພາຍຫລັງສົງຄາມໂລກ ຄັ້ງທີ II ຢຸດຕິລົງ, ຂະບວນການຕໍ່ສູ້ປົດປ່ອຍຊາດ ໄດ້ຟົດຟື້ນຂຶ້ນທົ່ວໂລກ, ຫລາຍປະເທດພາຍຫລັງ ໄດ້ຮັບການປົດປ່ອຍ ກໍ່ໄດ້ກ້າວເດີນໄປ ຕາມເສັ້ນທາງສັງຄົມນິຍົມ ອັນໄດ້ເຮັດໃຫ້ສັງຄົມນິຍົມ ກາຍເປັນລະບົບໜຶ່ງ ແຕ່ເອຣົບຮອດອາຊີ ແລະ ອາເມລິກາລາຕິນ. ສະຫະພາບໂຊວຽດ ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອຢ່າງໃຫຍ່ຫລວງ ຕໍ່ຂະບວນການກອມມູນິດ, ກຳມະກອນ ແລະ ຂະບວນການຕໍ່ສູ້ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ໃນທົ່ວໂລກ. ສະນັ້ນ, ເປັນເວລາກວ່າ ເຄິ່ງສະຕະວັດສັງຄົມນິຍົມ ແລະ ສະຫະພາບໂຊວຽດ ໄດ້ກາຍເປັນກຳແພງເພັດ ແຫ່ງສັນຕິພາບໂລກ.
ພາຍຫລັງປະເທດເຮົາ ໄດ້ຮັບການປົດປ່ອຍຢ່າງສົມບູນ ໃນພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສະຫະພາບໂຊວຽດ ໄດ້ຕັ້ງໜ້າໃຫ້ການ ສະໜັບສະໜູນຊ່ວຍເຫລືອ ຕໍ່ປະເທດເຮົາ ຢ່າງໃຫຍ່ຫລວງ ແລະ ຮອບດ້ານ ເປັນຕົ້ນແມ່ນ ດ້ານການເມືອງ, ເສດຖະກິດ, ສຶກສາ, ສາທາລະນະສຸກ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດ ແລະ ການກໍ່ສ້າງພະນັກງານ. ນອກຈາກນີ້, ການຮ່ວມມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຂອງສະຫະພາບໂຊວຽດ ມີຫລາຍກິດຈະກຳ ທີ່ເປັນພື້ນຖານໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນ ທາງເລກ 9, ຂົວປາກກະດິງ, ໂຮງຮຽນພັກ-ລັດ ຊັ້ນສູງທ່າງ່ອນ, ໂຮງໝໍ 150 ຕຽງ, ໂຮງກາຍະສິນສູນກາງ, ສະຖານີດາວທຽມຫລັກ 52, ອຸປະກອນພາຫະນະທະຫານ. ໃນຂະນະດຽວກັນ ໃນແຕ່ລະປີມີນັກສຶກສາລາວ ໄດ້ທຶນໄປຮຽນຕໍ່ ຂັ້ນປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ບຳລຸງໄລຍະສັ້ນອື່ນໆ ຢູ່ສະຫະພາບໂຊວຽດ ຫລາຍຮ້ອຍຄົນ.
ຂ່າວ: ມະນີທອນ, ພາບ: ສະຫວາດ

No comments:
Post a Comment