Wednesday, 8 November 2017

ສປ ຈີນ ລົງທຶນ ເກືອບທຸກຂະແໜງການ ຢູ່ ສປປ ລາວ


ຂປລ. ປັດຈຸບັນ ສະພາບ​ການ​ລົງທຶນ ​ຈາກ​ຕ່າງປະ​ເທດ ທີ່​ເຂົ້າ​ມາ​ລົງທຶນ ຢູ່ ສປປ ລາວ​ ໃນຂະແໜງການຕ່າງໆ ​ໄດ້​ເພີ່ມຂຶ້ນຢ່າງ​ຕໍ່​ເນື່ອງພາຍຫລັງ ​ທີ່ລັດຖະບານ​ລາວ ​​ໄດ້​ເປີດ​ກວ້າງ, ປັບປຸງບັນດານິຕິກຳ ​ແລະ ນະໂຍບາຍດ້ານຕ່າງໆ ເພື່ອສົ່ງເສີມການລົງທຶນ ຂອງຕ່າງປະເທດ ເຂົ້າມາລົງທຶນຢູ່ລາວ ​ໃນນັ້ນ ສປ ຈີນ ຖື​ເປັນປະ​ເທດ​ອັນ​ດັບ 1 ທີ່​ມີ​ການ​ລົງທຶນ ​ເກືອບທຸກ​ຂະ​ແໜງ​ການ​ ​ຢູ່ສປປ ລາວ.
ທ່ານ ຊຸນເລ ປະທານສະພາການຄ້າຈີນ ປະຈຳ ສປປ ລາວ ​ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 7 ພະຈິກ 2017 ນີ້ວ່າ: ປັດຈຸ​ບັນນັກລົງທຶນ ຈາກ ສປ ຈີນ ເຂົ້າມາລົງ ທຶນຢູ່ ສປປ ລາວ ນັບແຕ່ປີ 2005 ເປັນຕົ້ນມາ ມີ 200 ກວ່າບໍລິສັດ ລົງທຶນ​ໃນ​ຫລາຍ ​ຂະ​ແໜງ​ການ ເປັນ​ຕົ້ນແມ່ນ ​ຂະ​ແໜງ​ການບໍ່​ແຮ່, ​ໄຟຟ້າ, ກະສິກຳ, ອຸດສາຫະກຳ, ທຸລະກິດບໍລິການ ແລະ ອື່ນໆ. ສ່ວນດ້ານ​ການ​ຄ້າ ສປ ຈີນ ​ເປັນ​ປະ​ເທດ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່ ອັນ​ດັບ 2 ຂອງ​ລາວ, ເຊິ່ງສິນ​ຄ້າສົ່ງ​ອອກ​ ທີ່ໄດ້ຮັບ ຄວາມນິຍົມສູງ ຈາກປະຊາຊົນຈີນ ໃນປັດຈຸບັນ ແມ່ນເບຍລາວ ແລະ ເຂົ້າຈ້າວ, ນອກນັ້ນ, ຍັງມີ ຜະລິດ​ຕະພັນ​ໄມ້, ທອງ ​ແລະ ຢາ​ງພາລາ. ສ່ວນສິນຄ້າ​ນຳ​ເຂົ້າ ຈາກ ສປ ຈີນ ​ຕົ້ນຕໍ ມີ ເຄື່ອງ​ໄຟຟ້າ, ​ເຄື່ອງ​ຈັກ, ອາ​ໄລ​ລົດ ​ແລະ ອື່ນ​ໆ.
ທ່ານ ຊຸນເລ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ການລົງທຶນ ຂອງນັກລົງທຶນຈີນ ຢູ່ ສປປ ລາວ ມີບາດກ້າວຂະຫຍາຍຕົວ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ອັນພົ້ນເດັ່ນແມ່ນ ໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ ທີ່ພວມດຳເນີນ ການກໍ່ສ້າງໃນປັດຈຸບັນ ພາຍຫລັງ ທີ່ໂຄງການດັ່ງກ່າວສຳເລັດ ຈະເຮັດໃຫ້ການນຳເຂົ້າ ແລະ ສົ່ງອອກສິນຄ້າ ລະຫວ່າງ ສອງປະເທດ ລາວ-ຈີນ ມີຄວາມສະດວກສະບາຍຫລາຍຂຶ້ນ. ພ້ອມນັ້ນ, ວຽກງານການທ່ອງທ່ຽວ, ການໄປມາຫາສູ່ ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ຈະໄດ້ຮັບການພັດທະນາ, ສະດວກ, ສະບາຍ, ວ່ອງໄວຫລາຍຂຶ້ນ.
ຂ່າວ: Khuksoud.com

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...