ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 24 ເດືອນຕຸລາ, ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ XIX ຂອງພັກ ກອມມູນິດຈີນ ໄດ້ອັດລົງ ດ້ວຍຜົນ ສຳເລັດ. ກອງປະຊຸມ ຄັ້ງນີ້ ໄດ້ເອກະ ພາບ ຄັດເລືອກເອົາ ຄະນະບໍລິຫານງານສູນກາງພັກ ແລະ ຄະນະ ກຳມະການ ກວດກາ ສູນກາງພັກ ກອມມູນິດ ຈີນຊຸດໃໝ່, ພ້ອມກັນນັ້ນ, ຍັງໄດ້ຮັບຮອງເອົາບົດລາຍງານ ການເມືອງ ໂດຍ ແມ່ນ ຄະນະ ບໍລິຫານງານ ສູນກາງ ຄັ້ງທີ 18 ສະເໜີຂຶ້ນ, ບົດລາຍງານການເຄື່ອນໄຫວ ວຽກງານ ຂອງ ຄະນະ ກຳມະການ ກວດກາ ສູນກາງ ກໍຄື ການຮັບຮອງ ຮ່າງສະບັບ ດັດແກ້ກົດ ລະບຽບພັກ, ຂະບວນການ ຕ້ານການສໍ້ລາດ ບັງຫລວງ ແລະ ແນວຄິດ ລີເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ເຊິ່ງຖືເປັນສອງ ເນື້ອໃນ ສຳຄັນ ເພື່ອນຳເຂົ້າ ໃນກົດລະບຽບ ພັກສະບັບດັດແກ້.
ກອງປະຊຸມໃຫຍ່ ຄັ້ງນີ້ ໄດ້ມີມະຕີ ຕົກລົງ ນຳເອົາ ແນວຄິດ ດ້ານການທະຫານ ຂອງເລຂາ ທິການໃຫຍ່ ພັກກອມມູນິດຈີນ ສີຈິ້ນຜິງ ແລະ ອຳນາດ ການນຳ”ເດັດຂາດ” ຂອງພັກ ສຳລັບກອງກຳລັງປະກອບອາວຸດ ເຂົ້າໃນກົດ ລະບຽບພັກ. ມະຕິດັ່ງກ່າວ ໄດ້ເນັ້ນໜັກ ພັກກອມມູນິດ ຈີນ ສືບຕໍ່ຮັກ ສາອຳນາດການນຳ “ເດັດຂາດ” ຕໍ່ກອງທັບ ປົດປ່ອຍປະຊາຊົນຈີນ (PLA) ແລະ ກຳລັງປະກອບ ອາວຸດ ປະຊາຊົນ, ພ້ອມກັນນັ້ນ ໃຫ້ປະຕິບັດ ແນວຄິດ ດ້ານການທະຫານ ຂອງເລຂາ ທິການໃຫຍ່ ສິຈິ້ນຜິງ ກ່ຽວກັບ ການເພີ່ມ ທະວີກຳລັງ ແຮງດ້ານການທະຫານ. ນີ້ຖືເປັນສ່ວນໜຶ່ງ ໃນການດັດແກ້ຕ່າງໆ ສຳລັບເອກະສານ ສຳຄັນ ຂອງພັກ ກອມມູນິດຈີນ.
ນອກຈາກນີ້ ມະຕິດັ່ງກ່າວ ຍັງຮັບຮູ້ທັດສະນະ ທ່ີເປັນປະຫວັດສາດ ຂອງແນວຄິດ ເລຂາທິການໃຫຍ່ ສິຈິ້ນຜິງ ກ່ຽວກັບ ສັງຄົມນິຍົມ ຕາມສີສັນຂອງຈີນ ໃນຍຸກໃໝ່. ມະຕິນີ້ໄດ້ເອີ້ນ ແນວຄິດນີ້ ເປັນສ່ວນໜຶ່ງ ທ່ີສຳຄັນ ໃນທິດສະດີ ກ່ຽວກັບ ສັງຄົມນິຍົມ ຕາມສີສັນຂອງຈີນ ແລະ ເປັນທິດທາງ ຊິ້ນຳການ ເຄື່ອນໄຫວ ໃຫ້ແກ່ ສະມາຊິກ ແລະ ທົ່ວປວງຊົນ ຈີນ ທ່າມກາງ ປະເທດນີ້ ກຳລັງ ພະຍາມໃຫ້ບັນລຸ ການຫັນເປັນ ທັນສະໄໝ./.

No comments:
Post a Comment