Tuesday, 24 October 2017

ລັດພິຈາລະນາທຶນ 1.300 ກວ່າຕື້ເພື່ອພັດທະນາຄວາມທຸກຍາກໃນປີ 2018

ລັດຖະບານໄດ້ພິຈາລະນາງົບປະມານເບື້ອງຕົ້ນ 1.300 ກວ່າຕື້ີກີບເຂົ້າໃສ່ວຽກພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກໃນປີ 2018 ລວມເກືອບ 1.200 ໂຄງການ ໃນນີ້ຍັງບໍ່ລວມເງິນກູ້ດອກເບ້ຍຕໍ່າຈາກທະນາຄານນະໂຍບາຍ.ລັດຖະບານມີຄວາມມຸ້ງໝັ້ນທີ່ຈະແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນໃຫ້ໝົດໄປໂດຍໄວທີ່ສຸດ ປີ 2018 ນີ້ຈິ່ງຈັດສັນງົບປະມານອີກ 1364,49 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການວຽກງານພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ໃນນັ້ນເປັນທຶນພາຍໃນ 593,35 ຕື້ກີບ ແລະທຶນຕ່າງປະເທດ 771,44 ຕື້ກີບ.
ສະເພາະທຶນພາຍໃນແມ່ນໄດ້ແບ່ງງົບປະມານເປັນແຕ່ລະໂຄງການຄື: ທຶນສຳລັບພັດທະນາຊາຍແດນລາວ-ຫວຽດນາມ 95 ໂຄງການເປັນມູນຄ່າ 28,80 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນທີ່ຖາວອນໃຫ້ແກ່ປະຊາຊົນບັນດາເຜົ່າຈຳນວນ 53 ໂຄງການທຶນພາຍໃນ 15,3 ຕື້ກີບ, ກອງທຶນຫຼຸດຜ່ອນຄວາມທຸກຍາກບ້ວງສູນກາງຄຸ້ມຄອງມີ 38 ໂຄງການທຶນພາຍໃນ 11 ຕື້ກີບ, ທຶນແກ້ໄຂຄວາມທຸກຍາກ 71 ຈຸດສຸມ ມີ 337 ໂຄງການເປັນທຶນພາຍໃນ 72 ຕື້ກີບ, ທຶນຈັດສັນພູມລໍາເນົາ 145 ຈຸດສຸມ ມີ 129 ໂຄງການ ທຶນພາຍໃນ 33,66 ຕື້ກີບ ທຶນສຳລັບການຄ້ຳປະກັນສະບຽງອາຫານມີ 61 ໂຄງການເປັນທຶນພາຍໃນ 150 ຕື້ກີບ.
ສຳລັບປີ 2017 ນີ້ໄດ້ນຳໃຊ້ງົບປະມານເຂົ້າໃສ່ວຽກງານພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນ ທັງໄດ້ລົງທຶນຄ້ຳປະກັນສະບຽງອາຫານ ແລະທຶນຈາກໂຄງການນ້ຳເທິນ2 ລວມເປັນເງິນທັງໝົດ1.540 ຕື້ກີບໃນຈຳນວນນີ້ເປັນທຶນພາຍໃນ 335 ຕື້ກີບ. ການລົງທຶນສ່ວນໃຫຍ່ແມ່ນສຸມໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ສົ່ງເສີມວິຊາການຜູ້ຈະລົງໃຫ້ການຊ່ວຍເຫຼືອການຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນໃນເຂດຊົນນະບົດແລະຫ່າງໄກສອກຫຼີກ ເພື່ອສາມາດຫຼຸກພົ້ນອອກຈາກຄວາມທຸກຈົນໄດ້ເທື່ອລະກ້າວ.


No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...