Tuesday, 24 October 2017

ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ



ຂປລ. ຕອບສະໜອງ ຕາມການເຊື້ອເຊີນ ຂອງ ທ່ານ ເຈືອງ ຮວ່າບິ່ງ ຮອງນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງ​ໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 23-29 ຕຸລາ 2017 ​ແລະ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ ໃນຕອນແລງວັນທີ 23 ຕຸລາ 2017.
​ໃນໂອກາດ​ນີ້, ທ່ານ ເຈືອງ ຮວາ ບິ່ງ ໄດ້ສະແດງຄວາມດີໃຈ ແລະ ຍິນດີຕ້ອນຮັບ ການມາຢ້ຽມ ຢາມ ເຮັດວຽກຂອງ ທ່ານ ສອນໄຊ ສີພັນດອນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ທ່ານຮອງນາຍົກ ລັດຖະມົນຕີ​ແຫ່ງ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຂອງສອງພັກ, ສອງລັດຖະບານ ຫວຽດນາມ-ລາວ ກໍຄື ໃນນາມສ່ວນຕົວພ້ອມ​ທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນທຸກຂົງເຂດວຽກງານ ທີ່ສປປ ລາວ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ປະຊາຊົນລາວ ບັນດາເຜົ່າ ຈະສືບຕໍ່ຍາດໄດ້ຜົນງານ ທີ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງຕົນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່​ການ​ຕ້ອນ​ຮັບ ​ອັນ​ອົບອຸ່ມ​ຂອງ ທ່ານ ເຈືອງ ຮວາ ບິ່ງ ພ້ອມທັງຕີລາຄາສູງ ແລະ ໄດ້ຕາງໜ້າ ໃຫ້ພັກລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າຂໍແບ່ງເບົາ ຄວາມທຸກໂສກ, ຄວາມເປັນຫ່ວງເປັນໄຍ ມາຍັງພັກ, ລັດຖະບານ, ອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວຊາວຫວຽດນາມ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ປະສົບເຄາະຮ້າຍຕໍ່ເຫດການ ໄພທໍາມະຊາດ ແລະ ລົມພະຍຸຫລາຍລູກ ທີ່ພັດເຂົ້າກະໜໍ່າ ຢູ່ຫລາຍແຂວງ ທາງພາກເໜືອ ແລະ ພາກກາງ ສສ ຫວຽດນາມ ເມື່ອບໍ່ດົນຜ່ານມານີ້ ເຊິ່ງສ້າງຄວາມເສຍຫາຍ ຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ. ພ້ອມນີ້ ທ່ານຮອງນາຍົກ ສອນໄຊ ສີພັນດອນ ​ຍັງໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ພັກລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ອັນລໍ້າຄ່າ ແລະ ມີປະສິດທິຜົນແກ່ພາລະກິດ ການປະຕິວັດລາວ ຕະຫລອດຫລາຍສິບປີ ທີ່ຜ່ານມາ ພ້ອມທັງເຫັນດີ ທີ່ຈະສືບຕໍ່ປະກອບສ່ວນສໍາຄັນ ໃນການເພີ່ມພູນຄູນສ້າງ ແລະ ປົກປັກຮັກສາສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ລາວ-ຫວຽດນາມ ແລະ ຈະສືບຕໍ່ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກ ໃຫ້ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ..
ໃນຕອນທ້າຍ ສອງຮອງນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈ ຕໍ່ການຮ່ວມມືສອງຝ່າຍ ໂດຍສະເພາະ ຕໍ່ການພົວພັນມິຕະພາບ ອັນເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມື​​ຮອບດ້ານ ຂອງສອງປະເທດ ໃນໄລຍະທີ່ຜ່ານມາ ເຫັນວ່າສືບຕໍ່ໄດ້ຮັບການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານເປັນຕົ້ນ ດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາສະຫງົບເສດຖະກິດວັດທະນະທໍາ-ສັງຄົມ ແລະ ການຕ່າງປະເທດສໍາລັບແຜນການຮ່ວມມືໃນຕໍ່ໜ້າ ທັງສອງຮອງນາຍົກລັດຖະມົນຕີ ຍັງໄດ້ພ້ອມກັນຢັ້ງຢືນຄືນ ທີ່ຈະສືບຕໍ່ຊີ້ນຳ,ຊຸກຍູ້ບັນດາກະຊວງອົງການສູນກາງທ້ອງຖິ່ນ ແລະ ວິສາຫະກິດ ໃຫ້ເອົາໃຈໃສ່ ປະສານສົມທົບ ແລະ ຈັດຕັ້ງປະຕິບັດບັນດາ ຂໍ້​ຕົກ​ລົງ​​ການຮ່ວມ​ມື​ຕ່າງໆ ລະ​ຫວ່າງ​ສອງ​ປະ​ເທດ ເຊັ່ນ ໃນ​​ບົດ​ບັນ​ທຶກ​ ສອງ​ກົມ​ການ​ເມືອງ, ບົດບັນທຶກຂອງກອງປະຊຸມ ຄັ້ງທີ 39 ຂອງ​ສອງ​ຄະ​ນະ​ ກຳ​ມະ​ການ​ຮ່ວມ​ມື ລາວ-ຫວຽດນາມ, ຫວຽດນາມ-ລາວ, ຂໍ້ຕົກລົງຮ່ວມມື ລະ​ຫວ່າງ​ ສອງ​ລັດ​ຖະ​ບານ ປີ 2017 ແລະ ສັນຍາຮ່ວມມື ສອງຝ່າຍ ໃນໄລ​ຍະ 5 ປີ (2016-2020) ໃຫ້ມີຄວາມຄືບໜ້າໃໝ່ ແລະ ມີປະສິດທິຜົນກວ່າເກົ່າ.​

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...