Tuesday, 24 October 2017
ເຈົ້າໜ້າທີ່ພາສີ ສະໜາມບິນວັດໄຕ ຢຶດນໍແຮດ ມູນຄ່າເກືອບ 2 ແສນໂດລາ
ຂປລ. ໃນວັນທີ 24 ຕຸລາ 2017 ທີ່ສະໜາມບິນສາກົນວັດໄຕ, ເຈົ້າໜ້າທີ່ພາສີ ປະຈຳດ່ານ ພາສີສາກົນວັດໄຕ ຮ່ວມກັບເຈົ້າໜ້າທີ່ປ່າໄມ້, ປກສ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມພິດ ແສງມະນີວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ຖະແຫລ່ງຜົນການຢຶດ ນໍແຮດ ທີ່ຊາວຈີນ ຈຳນວນ 2 ຄົນ ນ້ຳເຂົ້າມາ ສປປ ລາວ, ໂດຍຜ່ານສາຍການບິນ silkair ລວມນ້ຳ 11,10 ກິໂລກຣາມ, ຄິດເປັນມູນຄ່າເບື້ອງຕົ້ນ ເກືອບ 2 ແສນໂດສະຫະລັດ.
ທ່ານ ບົວສອນ ໄຊຍະສຸກ ຫົວໜ້າດ່ານພາສີສາກົນ ສະໜາມບິນວັດໄຕ ຖະແຫລ່ງວ່າ: ໃນວັນທີ 23 ຕຸລາ 2017 ໄດ້ຮັບການລາຍງານວ່າ ຈະມີການລັກລອບນໍາເຂົ້າ ສິ່ງຂອງຜິດກົດໝາຍປະເພດ ນໍແຮດ ໂດຍຜ່ານສາຍການບິນ silkairline ຖ້ຽວບິນ MI 788 ເຊິ່ງຕົ້ນທາງມາຈາກ ສິງກະໂປ ໂດຍມີຈຸດໝາຍປາຍທາງ ທີ່ແຂວງຫລວງພະບາງ, ໂດຍຜ່ານສະໜາມບິນ ສາກົນວັດໄຕ ດັ່ງນັ້ນ, ທາງເຈົ້າໜ້າທີ່ພາສີ ຈຶ່ງໄດ້ປະສານສົມທົບກັບ ບັນດາພາກສ່ວນກ່ຽວຂ້ອງຕິດຕາມ ຢ່າງໃກ້ຊິດພາຍຫລັງເຄື່ອງບິນ ມາຮອດສະໜາມບິນສາກົນວັດໄຕ, ຈຶ່ງໄດ້ພົບຜູ້ຕ້ອງສົງໃສ ຈຳນວນ 2 ຄົນ (ສັນຊາດຈີນ) ຜ່ານການກວດກາ ແລະ ສືບສວນສອບສວນເບື້ອງຕົ້ນ ຜູ້ຕ້ອງຫາ ແລະ ໄດ້ທຳການກວດຄົ້ນ ກະເປົາພົບເຫັນສິ່ງຂອງຜິດກົດໝາຍ ປະເພດນໍແຮດ ຈຳນວນ 5 ຊິ້ນລວມນ້ຳໜັກ 11,10 ກິໂລກຣາມ ແລະ ຈາກການປະເມີນມູນຄ່າເບື້ອງຕົ້ນ ຈາກອົງການສັດນ້ຳ-ສັດປ່າສາກົນ, ນໍແຮດດັ່ງກ່າວ, ມີມູນຄ່າ 1 ກິໂລລະ 16.000 ໂດລາສະຫະລັດ, ຖ້າຄິດໄລ່ມູນຄ່າ ລວມທັງໝົດປະມານ 170.000 ໂດລາສະຫະລັດ.
ປັດຈຸບັນ ທາງເຈົ້າໜ້າພາສີສາກົນ ປະຈຳສະໜາມບິນວັດໄຕ ໄດ້ຢຶດຂອງກາງປະເພດ ນໍແຮດ ແລະ ກັກຕົວຜູ້ຕ້ອງຫາພ້ອມ ທັງໄດ້ມອບໃຫ້ເຈົ້າໜ້າທີ່ ຕໍາຫລວດສິ່ງແວດລ້ອມ ກະຊວງ ປກສ ເພື່ອທຳການ ສືບສວນ-ສອບສວນ ຕາມວິຊາສະເພາະ ແລະ ລະບຽບການ ເພື່ອທໍາການ ສືບສວນ-ສອບສວນ ຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ.
ສ່ວນນໍແຮດ ທາງເຈົ້າໜ້າພາສີສາກົນ ສະໜາມບິນວັດໄຕ ໄດ້ຢຶດເປັນການຊົ່ວຄາວ ເພື່ອທຳການ ສືບສວນສອບສວນ ດຳເນີນຄະດີທາງພາສີ, ພາຍຫລັງສຳເລັດ ການດຳເນີນຄະດີ ທາງພາສີແລ້ວ ຈະໄດ້ມອບຂອງກາງ ຈຳນວນດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງດຳເນີນການ ໃນຂັ້ນຕອນຕໍ່ໄປຕາມລະ ບຽບກົດໝາຍ.
ພາບ-ຂ່າວ: ນັກຂ່າວກະຊວງການເງິນ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment