ຫວ່າງມໍ່ໆນີ້ຢູ່ທີ່ຟາມລ້ຽງສັດ ບ້ານທີ 1 ເມືອງບາຈຽງ ແຂວງ ຈຳປາສັກ ໄດ້ຈັດພິທີມອບ-ຮັບ ງົວແນວພັນໃຫ້ກົມໃຫ່ຍພະ ລາທິການກອງທັບ ເຊິ່ງກ່າວ ມອບ ໂດຍທ່ານ ຄຳໄຕ ສີພັນ ດອນ ອະດີດປະທານພັກ-ປະ ທານປະເທດ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ພົນຈັດຕະ ວາ ຄຳເພັດ ສີຊານົນ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ ແລະ ມີ ພັນເອກ ບຸນທອງ ຄຳພາໄຊ ຫົວໜ້າຫ້ອງພະລາ ທິການກອງພົນທີ 5 ພ້ອມດ້ວຍ ພາກສ່ວນວິຊາການເຂົ້າຮ່ວມ ເປັນສັກຂີພະຍານ.
ງົວທີ່ມອບໃນຄັ້ງນີ້ແມ່ນງົວ ແມ່ພັນຈຳນວນ 26 ໂຕ ຄິດໄລ່ ມູນຄ່າ 100 ລ້ານກວ່າກີບໂອກາດມອບງົວໃນຄັ້ງນີ້ ທ່ານ ຄຳໄຕ ສີພັນດອນ ກໍໄດ້ໃຫ້ຄຳ ແນະນຳບາງບັນຫາ
ງົວທີ່ມອບໃນຄັ້ງນີ້ແມ່ນງົວ ແມ່ພັນຈຳນວນ 26 ໂຕ ຄິດໄລ່ ມູນຄ່າ 100 ລ້ານກວ່າກີບໂອກາດມອບງົວໃນຄັ້ງນີ້ ທ່ານ ຄຳໄຕ ສີພັນດອນ ກໍໄດ້ໃຫ້ຄຳ ແນະນຳບາງບັນຫາ
ກ່ຽວກັບ ການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກອງທັບ ໂດຍຖືສຳຄັນ ວຽກງານການກໍ່ສ້າງພື້ນຖານ ໂຄງລ່າງຂອງກົມກອງໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນໃນ ທຸກດ້ານໃນນີ້ຕ້ອງເອົາໃຈໃສ່ ວຽກງານການປູກຝັງ-ລ້ຽງສັດ ເປັນສຳຄັນຊຸກຍູ້ໃຫ້ພະນັກງານ-ນັກຮົບເພີ່ມພູນຜະລິດຜົນຕາມ 4 ປູກ 4 ລ້ຽງ ໄປພ້ອມໆກັບການ ຫັນລົງກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດຮອບ ດ້ານຕາມ 4 ເນື້ອໃນ 4 ຄາດ ໜາຍ ຕິດພັນກັບວຽກງານ 3 ສ້າງ ໄປຄຽງຄູ່ກັບການປັບປຸງ ກໍ່ສ້າງກົມກອງໃຫ້ກາຍເປັນ ກອງທັບປະຕິວັດມີແບບແຜນທັນສະໄໜກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ງົວທີ່ມອບໃຫ້ກົມໃຫ່ຍພະລາ ທິການ ກອງທັບໃນຄັ້ງນີ້ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກໍໄດ້ສະແດງຄວາມຂອບອົກ ຂອບໃຈ ເປັນຢ່າງສູງທີ່ທ່ານໄດ້ ໃຫ້ຄວາມສຳຄັນຕໍ່ວຽກງານພະລາທິການຂອງກອງທັບພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະປົກປັກຮັກສາບົວລະບັດ ລ້ຽງດູໃຫ້ຖືກຕ້ອງຕາມຫຼັກວິຊາ ການ ເພື່ອຜົນປະໂຫຍດຂອງກອງທັບໃນຕໍ່ໜ້າ ແລະ ຍາວນານ.

ໂດຍ: ແສງອາທິດ ສີດາໄລ

No comments:
Post a Comment