ຮູບແຕ້ມຖືເປັນງານສິລະປະໜຶ່ງທີ່ສະແດງເຖິງຈິນຕະນາການຂອງຜູ້ແຕ້ມ, ຮູບພາບໜຶ່ງສາມາດສື່ຄວາມໝາຍໄດ້ຫຼາຍໆຢ່າງ ແລະ ຄວາມຍາກງ່າຍຂອງການແຕ້ມກໍ່ແຕກຕ່າງກັນ. ໃນນັ້ນ, ກໍ່ແມ່ນການແຕ້ມຮູບເໝືອນ ທີ່ຕ້ອງໃຊ້ຄວາມລະອຽດໃນການຈົດຈໍາໃບໜ້າ ແລະ ທຸກໆອານຸອົງປະກອບ.
ໂຈນັດ ທອງສະໝຸດ ພິລາວົງ ອາຍູ 16 ປີ ເປັນບຸກຄົນໜຶ່ງທີ່ມີຄວາມສາດສ້າງສັນຜົນງານດ້ານການແຕ້ມຮູບເໝືອນ ເພາະຄວາມຫຼົງໄຫຼ ແລະ ມັກຮັກການແຕ້ມຮູບມາແຕ່ອາຍຸຍັງນ້ອຍ ພ້ອມທັງພະຍາຍາມຄົ້ນຫາສິ່ງທີ່ມັກຈາກອິນເຕີເນັັດ ເພື່ອພັດທະນາຕົນເອງ ຈົນໄດ້ມີຜົນງານດີໆຫຼາຍຢ່າງ ມາໃຫ້ທ່ານຜູ້ອ່ານໄດ້ຮັບຊົມກັນໃນວັນນີ້.
ໃນໄລຍະຜ່ານມາ ໂຈນັດ ເຄີຍສົ່ງຜົນງານການແຕ້ມຮູບເຂົ້າແຂ່ງຂັນໃນໂຄງການ Toyota ລົດໃນຝັນ ເຖິງຈະບໍ່ໄດ້ຮັບລາງວັນ ແຕ່ກໍ່ບໍ່ເປັນອຸປະສັກທີ່ຈະເຮັດໃຫ້ໂຈນັດສ້າງສັນຜົນງານຕໍ່ໄປ. ປັດຈູບັນ ໂຈນັດ ກໍາລັງຮຽນຢູ່ມັດທະຍົມສົມບູນ ສະຫວັນນະເຂດ ປີທີ 6.
ໂຈນັດໃຫ້ຮູ້ວ່າ: ຮູ້ສຶກພູມໃຈ ແລະ ດີໃຈຫຼາຍ ໃນຜົນງານຂອງຕົນເອງເປັນທີ່ຍອມຮັບຈາກຄົນສ່ວນຫຼາຍແລະ ຂອບໃຈທີ່ສົນໃຈໃນຜົນງານຂອງຕົນ. ນອກຈາກນີ້, ໂຈນັດຍັງກ່າວຕື່ມອີກວ່າ: ທຸກໆທ່ານຄືແຮງໃຈທີ່ຈະເຮັດໃຫ້ຜົນງານຂອງໂຈນັດດີຂຶ້ນເລື້ອຍໆ.
ແຫຼ່ງຂ່າວ: ຈົດໝາຍຂ່າວ Message









No comments:
Post a Comment