Tuesday, 24 October 2017

ລັດຖະບານຄົ້ນຄວ້າພິຈາລະນາຂໍອະນຸມັດສ້າງຕັ້ງ "ນະຄອນຫຼວງພະບາງ"



ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ຕຸລາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ຢູ່ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້ ລັດຖະບານຈະໄດ້ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນໃສ່ 9 ບັນຫາ ດັ່ງນີ້:

1.
ບົດລາຍງານສະພາບພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ;
2.
ທິດທາງ ແລະ ວິທີການແກ້ໄຂບັນຫາການຂົນສົ່ງທາງບົກ ແລະ ດ່ານສາກົນພາຍໃນປະເທດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ;
3.
ບົດລາຍງານກ່ຽວກັບບັນຫາທີ່ດິນ;
4.
ຮ່າງແຜນແມ່ບົດທີ່ດິນແຫ່ງຊາດ;
5.
ບົດລາຍງານກ່ຽວກັບການຂໍອະນຸມັດສ້າງຕັ້ງ ນະຄອນ ຫຼວງພະບາງ;
6.
ບົດລາຍງານກ່ຽວກັບແຜນງົບປະມານຮັບໃຊ້ໃຫ້ແກ່ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ;
7.
ຮ່າງດໍາລັດ ວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ;
9.
ບົດລາຍງານກ່ຽວກັບ ສະພາບການປັບປຸງບັນຍາກາດຂອງການດໍາເນີນທຸລະກິດ ຢູ່ໃນ ສປປ ລາວ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.ໃນໂອກາດກ່າວເປີດກອງປະຊຸມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ບັນດາເນື້ອໃນສໍາຄັນທີ່ນໍາມາປຶກສາຫາລືໃນຄັ້ງນີ້ ມີຄວາມຄົບຖ້ວນ, ສົມບູນ, ຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃນວຽກງານຕົວຈິງໄດ້.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວາລາ 02 ວັນເຕັມ ຄື: ແຕ່ວັນທີ 24-25 ຕຸລາ 2017. 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...