Tuesday, 24 October 2017
ສີ ຈິນຜິງ ຖືກຄັດເລືອກເປັນເລຂາທິການໃຫຍ່ພັກຄອມມູນິດຈີນອີກສະໄໝ
ສີ ຈິນຜິງ ຖືກຄັດເລືອກເປັນເລຂາທິການໃຫຍ່ພັກຄອມມູນິດຈີນອີກສະໄໝ
ໃນ ວັນທີ 25 ຕຸລານີ້ຢູ່ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະພັກຄອມມູນິດຈີນຄັ້ງທີ 19 ທີ່ນະຄອນຫລວງປັກກິ່ງ ສປ ຈີນ ໄດ້ປະກາດລາຍຊື່ຂອງຄະນະບໍລິຫານງານສູນກາງພັກ ແລະ ຄະນະກຳມະການກວດກາສູນກາງພັກຄອມມູນິດຈີນຊຸດໃໝ່ນຳໂດຍ ສະຫາຍ ສີ ຈິນຜິງ ທີ່ໄດ້ຖືກຂັດເລືອກເປັນ ເລຂາທິການໃຫຍ່ພັກກອມມູນິດຈີນອີກສະໄໝ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກນຳໂດຍ ສະຫາຍ ລີ ເຄີສຽງ, ສະຫາຍ ລີ ຊາງຊູ, ຫວັງ ຢາງ, ຫວັງ ຮຸນໜິງ, ຈາວ ລີຈິ ແລະ ສະຫາຍ ຮານ ເຊັງ.
ໃນນີ້ສະຫາຍ ຈາວ ລີຈິ ໄດ້ຖືກຂັດເລືອກເປັນ ຄະນະກຳມະການກວດກາສູນກາງພັກກອມມູນິດຈີນຊຸດໃໝ່.
ສະຫາຍ ສີ ຈິນຜິງ ໄດ້ກ່າວວ່າຄະນະພັກຊຸດໃຫມ່ນີ້ຈະທຸ່ມເທໃນການເຮັດວຽກໃນອີກ ຫ້າປີຕໍ່ໜ້າເພື່ອໃຫ້ບັນລຸເປົ້າໝາຍອັນຍິ່ງໃຫຍ່ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະເທດຈີນ ຢ່າງອົດທົນ ແລະ ດ້ວຍທ່າທີທີ່ບໍທໍ້ຖອຍແຕ່ຢ່າງໃດ.
ທ່ານ ຍັງກ່າວຕື່ມວ່າ ທົ່ວພັກຕ້ອງສາມັກຄີຢູ່ອ້ອມຂ້າງສູນກາງພັກຢ່າງແໜ້ນແຟ້ນ ຊູຄັນທຸງ ຍິ່ງໃຫຍ່ແຫ່ງການສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ນຳພາປະຊາຊົນບັນດາເຜົ່າໃນທົ່ວປະເທດບາກບັ່ນສູ້ຊົນເພື່ອບັນລຸເປົ້າໝາຍ ແລະ ພາລະໜ້າທີ່ທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ 19.
ຂ່າວ: ສຸກທະວີ ເທບພະວົງ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment