Tuesday, 24 October 2017

ສສຊ ຖາມ! ຈະແກ້ໄຂໜີ້ສິນປະຊາຊົນທີ່ເກີດຂຶ້ນຢູ່ ພີເອສ ແນວໃດ?




ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຊີ້ແຈງວ່າ: ກໍລະນີຂອງບໍລິສັດ ພີເອັສສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຖືກສ້າງຕັ້ງຂຶ້ນໃນເດືອນ 5/2012 ມີການເຄື່ອນໄຫວທຸລະກິດທາງດ້ານກະສິກຳ, ປ່າໄມ້, ອຸດສາຫະກຳປຸ່ງແຕ່ງ, ຂາຍຍົກ-ຂາຍຍ່ອຍ, ສ້ອມແປງລົດຍົນ ແລະ ລົດຈັກ, ໄດ້ມີການປຸກລະດົມໂຄສະນາຊວນເຊື່ອໃຫ້ມ່ວນຊົນເຂົ້າມາຮ່ວມລົງທຶນນຳບໍລິສັດ ການເຄື່ອນໄຫວທຸລະກິດແສລູກໂສ້ ທີ່ຂັດກັບໃບອະນຸຍາດດຳເນີນທຸລະກິດ. ນັບແຕ່ເດືອນ ພຶດສະພາ 2015 ຮອດເດືອນ ມິຖຸນາ 2017 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເຕືອນ 2 ຄັ້ງ ແລະ ປັບໃໝ 1 ຄັ້ງ, ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການໃຫ້ບໍລິສັດສົ່ງເງິນຄືນ ໃຫ້ສະມາຊິກທັງໝົດ 3 ຄັ້ງ ເຊິ່ງບໍລັດສັດໄດ້ຮັບປາກ ແຕ່ບໍ່ໄດ້ປະຕິບັດ. ກົງກັນຂ້າມ ພັດໄດ້ມີການຫັນປ່ຽນຮູບການລະດົມທຶນມາເປັນຮູບແບບໃບສັງຊື້ສິນຄ້າ. ດ້ວຍເຫດນີ້ ສະມາຊິກຂອງບໍລິສັດ ຈຳນວນຫຼວງຫຼາຍໄດ້ອອກຮ້ອງຝ້ອງຮ້ອງທຸກຕໍ່ເຈົ້າໜ້າທີ່ຕ່ຳຫຼວດ ແລະ ໄດ້ແຮ່ກັນໄປເຕົ້າໂຮມຢູ່ຕໍ່ໜ້າບໍລິສັດ ໃນວັນທີ 11-12 ກັນຍາ 2017 ເພື່ອທວງຄຳໝັ້ນສັນຍາໃຫ້ສົ່ງເງິນຄືນ.
ເພື່ອແກ້ໄຂບັນຫາດັ່ງກ່າວລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດ ອີງໃສ່ ຂໍ້ຕົກລົງເລກທີ 67/ນຍ ລົງວັນທີ 14 ກັນຍາ 2017. ຈາກນັ້ນຄະນະສະເພາະກິດ ໄດ້ປະຕິບັດໜ້າທີ່ຕາມການມອບໝາຍຄື: ເກັບກຳຂໍ້ມູນຫຼັກຖານ ແລະ ຄຳໃຫ້ການຂອງຜູ້ຖືກເສຍຫາຍທີ່ເຫັນວ່າບໍລິສັດໄດ້ໃຊ້ເລ່ຫຼ່ຽມຕົວະຍົວະຫຼອກລວງ; ກະຊວງປ້ອງກັນຄວາມສະງົບໄດ້ອອກແຈ້ງການເລກທີ 43/ຕຫຼ ລົງວັນທື 21 ກັນຍາ 2017 ໃຫ້ພໍ່ແມ່ປະຊາຊົນຜູ້ເສຍຫາຍໄປຢືນຄຳຮ້ອງຝ້ອງ ເຊິ່ງປັດຈຸບັນ ໄດ້ຮັບຄຳຮ້ອງຝ້ອງ ແລະ ເອົາຄຳໃຫ້ການໄດ້ຈຳນວນ 11,179 ຄົນ ມູນຄ່າເສຍຫາຍຈຳນວນ 364 ຕື້ກວ່າກີບ; ອະນຸກຳມະການ ໄດ້ລົງເຮັດວຽກຕົວຈິງ ເພື່ອເກັບກຳຂໍ້ມູນ ແລະ ກວດກາ ບັນດາຊັບສິນຂອງບໍລິສັດ ແລະ ບຸກຄົນທີ່ກ່ຽວຂ້ອງ, ຂໍ້ມູນການເຄື່ອນໄຫວທຸລະກິດ ແລະ ການເງິນ, ລະບົບໄອທີ, ເຄື່ອງຈັກ, ວັດຖຸອຸປະກອນເຄື່ອງໃຊ້ ແລະ ສັດລ້ຽງພາຍໃນໂຮງງານ, ເຮືອແພ ແລະ ສວນຜັກ ໂດຍມີການຈົດກາຍຂຶ້ນບັນຊີລະອຽດ ລວມທັງໃຫ້ຢຸດເຊົາການເຄື່ອນໄຫວກິດຈະການຂອງບໍລິສັດໃນໄລຍະດຳເນີນຄະດີອາຍາ.
ໃນການແກ້ໄຂບັນຫາຂອງບໍລິສັດພິເອັສ ຄະນະສະເພາະກິດທີ່ຖືກແຕ່ງຕັ້ງ ໄດ້ເອົາໃຈໃສ່ຢ່າງໃກ້ຊິດ, ດ້ວຍຄວາມຮັບຜິດຊອບສູງ, ເປັນຫ່ວງເປັນໄຍ, ຄຳໜຶງເຖິງຜົນປະໂຫຍດ ຂອງປະຊາຊົນ ແລະ ຈະດຳເນີນຕາມຂະບວນການຂອງກົດໝາຍຢ່າງເຂັ້ມງວດ, ພາວະວິໄສ, ມີຄວາມໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳທັງສອງຝ່າຍ, ແຕ່ບໍ່ໄດ້ໝາຍຄວາມວ່າຄະນະສະເພາະກິດຈະມາຮັບພາລະແທນບໍລິສັດ ເພື່ອໃຊ້ໜີ້ນັ້ນ. ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ຖືກຜົນກະທົບຈາກການຮ່ວມລົງທຶນໄປນັ້ນ ມີຄວາມອຸ່ນອ່ຽງທຸນທ່ຽງ ເຊື່ອໝັ້ນຕໍ່ຄະນະສະເພາະກິດໃນການດຳເນີນການແກ້ໄຂ.
ຂ່າວ: ຫສພ ເສດຖະກິດ-ການຄ້າ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...