ຂປລ. ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຮ່ວມກັບ ບໍລິສັດ ໂຕໂຍຕ້າ ມໍເຕີ້ ເອເຊຍປາຊີຟິກ ຈຳກັດ ແລະ ຕົວແທນຈຳໜ່າຍ ໂຕໂຍຕ້າ ໃນ ສປປ ລາວ ຈັດຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ຂຶ້ນໃນວັນທີ 24 ຕຸລາ 2017 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ເຊິ່ງລາຍໄດ້ຈາກ ການຈັດງານຄອນເສີດດັ່ງກ່າວ, ແມ່ນມອບໃຫ້ແກ່ ສະມາຄົມສິນລະປະ ການສະແດງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສູນຄົນພິການຕາ (ທົ່ງປົງ) ຈຳນວນ 250 ລ້ານກີບ, ໂດຍມີ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ມິຈິໂນບຸ ຊຶງາຕະ ກຳມະການຜູ້ຈັດການໃຫຍ່, ພ້ອມດ້ວຍຜູ້ບໍລິຫານລະດັບສູງ ຈາກບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ, ຕົວແທນຈຳໜ່າຍໃນ ສປປ ລາວ, ພ້ອມດ້ວຍຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ຄອນເສີດການກຸສົນ ໂຕໂຍຕ້າ ຄາສສິກ ປີນີ້ໄດ້ຮ່ວມມືກັບ ວົງອໍເຄສຕ້າ ຊື່ດັ່ງລະດັບໂລກ ຄື: ວົງອໍເຄສຕ້າ ລໍໂຢຟິວຮາໂມນິກ ຄອນເສິດ ພາຍໃຕ້ການຄວບຄຸມເພງ ໂດຍທ່ານ ແອນໂທນີ່ ວີແດນ ແລະ ນັກດ່ຽວ ໄວໂອລີນ ເດວິດ ຈູລິດ, ເຊິ່ງລາຍການເພງປີນີ້ ເຕັມໄປດ້ວຍຄວາມຫວານຊຶ້ງ ທີ່ປະທັບໃຈຈາກເພງທີ່ຂຽນຂຶ້ນ ເພື່ອສະແດງ ທີ່ໂຮງອຸປະກອນ ລະຄອນເວທີງານພິເສດຕ່າງໆ ເຊັ່ນ: ດົນຕີໃນນ້ຳ ຂອງຮານເດລ ຕາມພະສົງ ຂອງພະເຈົ້າຈອດທີ 1 ເພື່ອສະແດງເທິງເຮືອບັນທຸກ ໃນຂະນະທີ່ລ່ອງໃນນ້ຳເຮມສ ແລະ ຊາລຸທເດອາເມີຂອງເອລການ ເຊິ່ງເປັນຂອງຂວັນ ໃຫ້ແກ່ຄູ່ໜັ້ນຂອງຕົນເອງ. ຍິ່ງໄປກວ່ານັ້ນ ທ່ານຈະໄດ້ຮັບຟັງບົດເພງ ອຳມະຕະຂອງລາວ ທີ່ຮຽບຮຽງຂຶ້ນເປັນພິເສດ ສຳລັບການສະແດງ ໃນຄັ້ງນີ້.
ຂ່າວ: ກິດຕາ; ພາບ: ເກດສະໜາ


No comments:
Post a Comment