Sunday, 15 October 2017

ປະຊາຊົນບ້ານເມືອງເກິນ ຕ້ອງການຄວາມຊ່ວຍເຫຼືອດ່ວນ


ປະຊາຊົນ​ບ້ານ​ເມືອງ​ເກິນ ເມືອງ​ຊຳ​ໃຕ້ ແຂວງ​ຫົວພັນ ຕ້ອງການຄວາມ​ຊ່ວຍເຫຼືອ​ດ່ວນ ພາຍຫຼັງ​ປະສົບ​ກັບ​ໄພ​ທຳ​ມະ​ຊາດນ້ຳ​ປ່າ​ໄຫຼຊຸເຂົ້າ​ຖ້ວມ ໃນ​ຄືນ​ຂອງ​ວັນ​ທີ 10 ຕຸລາ 2017 ຜ່ານ​ມາ ຈາກ​ການ​ສຳຫຼວດ​ເບື້ອງ​ຕົ້ນ ມີ​ເຮືອນ​ທີ່​ຖືກ​ພັດ​ໄຫຼ​ໄປ​ກັບ​ສາຍ​ນ້ຳ 1 ຫຼັງ ເສຍ​ຫາຍ​ໜັກ 6 ຫຼັງ ແລະ ເສຍ​ຫາຍ​ສົມຄວນ 7 ຫຼັງ.
ອີງ​ຕາມ​ການ​ລາຍ​ງານ​ຂອງ​ທ່ານ ວຽງ​ພັນ ບຸນ​ພອນ​ໄຊ ຮອງ​ນາຍບ້ານ​ເມືອງ​ເກິນ ໄດ້​ໃຫ້​ຮູ້​ວ່າ: ເວລາ​ປະມານ 22 ໂມງ ເກີດ​ເຫດການ​ນ້ຳ​ປ່າ​ໄຫຼ​ເຂົ້າຖ້ວມ​ບ້ານ ພັດ​ພາ​ເຮືອນ​ຊານ​ເສຍຫາຍ ສ່ວນ​ປະຊາຊົນ​ທັງ​ໝົດ​ໄດ້ພາກັນ​ໜີ​ຂຶ້ນ​ບ່ອນ​ສູງ​ດ້ວຍ​ຄວາມປອດ​ໄພ ຈາກ​ເຫດການ​ຄັ້ງ​ນີ້ ໄດ້ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຊັບ​ສິນຂອງ​ປະຊາຊົນ​ຫຼາຍ​ສົມຄວນ ເຮືອນ​ຊານ​ຈຳນວນ​ໜຶ່ງ​ຖືກ​ເປ່​ເພ ສ່ວນ​ພື້ນ​ທີ່​ກະສິກຳ​ກໍ່​ໄດ້​ຖືກເສຍຫາຍ​ສົມຄວນ ເຊັ່ນ: ເນື້ອທີ່​ນາ 19,9 ເຮັກຕາ ສ່ວນ​ສັດລ້ຽງໃຫຍ່-ນ້ອຍແມ່ນ​ຖືກ​ພັດ​ໄຫຼ​ໄປກັບ​ນ້ຳ ເລົ້າ​ເຂົ້າ ໜອງ​ປາ ກໍ່​ໄດ້ຮັບ​ຜົນ​ເສຍ​ຫາຍ​ໜັກ.
ນອກຈາກ​ຊັບ​ສິນ​ຂອງ​ປະ​ຊົນໄດ້​ຮັບ​ຄວາມ​ເສຍ​ຫາຍ​ແລ້ວ ຊັບສິນ​ສ່ວນ​ລວມ​ຍັງ​ຖືກ​ເປ່​ເພ ໂດຍສະເພາະ ເສັ້ນທາງ​ຄົມ​ມະ​ນາຄົມ​ຖືກ​ຕັດຂາດ ເຮັດ​ໃຫ້​ລົດ​ໃຫຍ່ບໍ່​ສາມາດ​ເຂົ້າ​ໄປ​ໃນ​ບ້ານ ປັດ​ຈຸບັນ ກໍ່​ໄດ້​ມີ​ໜ່ວຍ​ງານ​ກູ້​ໄພ​ຂອງເມືອງ​ໄດ້​ເຂົ້າ​ໄປ​ຊ່ວຍເຫຼືອ​ໃນເບື້ອງ​ຕົ້ນ.
ເຫດການ​ຄັ້ງ​ນີ້ ເປັນ​ຄັ້ງ​ໃຫຍ່ສຸດ​ໃນ​ຮອບ​ຫຼາຍ​ຮ້ອຍ​ປີ ແລະ ມັນ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງຕໍ່​ປະຊາຊົນ​ບ້ານ​ດັ່ງກ່າວ ດັ່ງນັ້ນ ຈຶ່ງ​ຢາກ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ໃຈ​ບຸນ ຫຼື ໜ່ວຍ​ງານ​ຕ່າງໆ ບິແບ່ງ​ການ​ຊ່ວຍເຫຼືອ ເຊັ່ນ: ນ້ຳດື່ມ-ເຂົ້າສານ ອາຫານ​ແຫ້ງ ເຄື່ອງນຸ່ງ​ຫົ່ມ ຫຼື ວັດຖຸ​ປັດ​ໄຈ​ອື່ນໆ ເພື່ອ​ເປັນ​ການ​ບັນເທົາ​ທຸກ ແລະ ປະກອບສ່ວນ​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາເຈົ້າ ​ໃຫ້​ຄ່ອຍ​ກັບ​ຄືນ​ສູ່ສະພາບ​ປົກກະຕິ.
ຖ້າ​ຜູ້​ໃຈ​ບຸນ ຫຼື ພາກສ່ວນຕ່າງໆ​ສົນໃຈ​ໃຫ້ການ​ຊ່ວຍເຫຼືອ ທ່ານ​ສາມາດ​ຕິດຕໍ່​ໄດ້​ທີ່​ເບີທ່ານຮອງ​ນາຍ​​ບ້ານ 030 9889697 ຫຼື ສາມາດ​ຊ່ວຍເຫຼືອ​ໂດຍ​ຜ່ານອົງການ​ກາແດງ​ລາວ ໂທ 021 253014.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...