ຜະລິດຕະພັນເຈ້ຍອະນາໄມ ຊີ້ວ (ທິດຊູຊີ້ວ) ຈຳໜ່າຍໂດຍບໍລິສັດ ບີເຈຊີ (BJC) ໄດ້ມອບໂຊກ 2 ຊັ້ນ ຄືນກຳໄລໃຫ້ລູກຄ້າ ພຽງແຕ່ລູກຄ້າຊື້ຜະລິດຕະພັນເຈ້ຍດັ່ງກ່າວ 1 ຖົງຈະໄດ້ຮັບບັດຊິງໂຊກ 1 ໃບ ສຳລັບໂຊກຊັ້ນທີ 1 ພຽງແຕ່ຂູດກໍ່ຈະສາມາດລຸ້ນຮັບມູນຄ່າໂທ ແລະ ໂຊກຊັ້ນທີ 2 ຂູດເອົາລະຫັດຊິງໂຊກ ແລ້ວສົ່ງຂໍ້ຄວາມໄປທີ່ເບີ 020 58111222 ຫຼັງຈາກນັ້ນ ທາງບໍລິສັດດັ່ງກ່າວ ຈະນຳເອົາເບີທີ່ສົ່ງເຂົ້າມາຈັບເພື່ອຊອກຫາຜູ້ໂຊກດີ ການມອບໂຊກໃນຄັ້ງນີ້ ແມ່ນຈະຈັດຂຶ້ນ 3 ຄັ້ງດ້ວຍກັນ ລວມມູນຄ່າຂອງລາງວັນ 250 ລ້ານກີບ ໃນນັ້ນ ລາງວັນລົດຈັກເວບ 3 ລາງວັນ ໂທລະພາບສີ 9 ລາງວັນ ສາຍຄໍຄຳ 9 ລາງວັນ ຕູ້ເຢັນ 15 ລາງວັນ ເຄື່ອງກອງນ້ຳ 15 ລາງວັນ.
ສຳລັບການຈັບລາງວັນຄົ້ນຫາຜູ້ໂຊກດີຄັ້ງທີ 1 ແມ່ນຈັດຂຶ້ນໃນງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີທ່າວັດຈັນປະຈຳປີ 2017 ວັນທີ 12 ຕຸລາ 2017 ທີ່ບໍລິສັດ ບີເຈຊີ ຕັ້ງຢູ່ບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບຂອງລາງວັນໃຫ້ກັບລູກຄ້າຜູ້ໂຊກດີທີ່ໄດ້ຮັບລາງວັນດັ່ງກ່າວ ເປັນກຽດມອບຂອງທ່ານ ພັດ ປີດາສັກ ເຈົ້າໜ້າທີ່ອາວຸໂສ ບໍລິສັດ BJC ແລະ ທ່ານ ທະນົງເດດ ອຸດົມ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດມີລູກຄ້າຜູ້ໂຊກດີເຂົ້າຮ່ວມ.
ການມອບໂຊກຄັ້ງທີ 1 ນີ້ຜູ້ໂຊກດີໄດ້ຮັບລົດຈັກ 1 ລາງວັນ ໄດ້ແກ່ນາງ ສຸນມະນີ ວົງສາ ບ້ານຊຽງດາ ລາງວັນທີ 2 ໂທລະພາບສີ 3 ລາງວັນ ໄດ້ແກ່ນາງ ຄຳພູ ບ້ານສະພັງໝໍ້ ນາງ ນຸບ ບ້ານຈັນສະຫວ່າງ ແລະ ນາງ ແຖວນາ ເຂດຊາພັກດີ ບ້ານຮ່ອງໄກ່ແກ້ວ ລາງວັນທີ 3 ສາຍຄໍຄຳ ຈຳນວນ 2 ລາງວັນ ໄດ້ແກ່ນາງ ທອງແຫວນ ໄຊຍະຫຼວງພົມ ແຂວງຄຳມ່ວນ ນາງ ອາທິດ ພະວິສັກ ບ້ານດົງປ່າລານທົ່ງ ລາງວັນທີ 4 ຕູ້ເຢັນ ຈຳນວນ 5 ລາງວັນ ໄດ້ແກ່ທ້າວ ປາດຖະໜາ ປະຖຳມະວົງ ບ້ານທາດຫຼວງ ນາງ ພອນມະນີ ພານ ນຸວົງ ບ້ານທົ່ງຂັນຄຳ ນາງ ບົວລິນ ພອນຄຳເພັງ ບ້ານໂພນສະຫວ່າງ ນາງ ຕິ່ງຄຳ ວົງພະຈັນ ບ້ານ 9 ລ້ຽວ ສ່ວນການມອບຄັ້ງທີ 2 ແມ່ນຈະຈັດຂຶ້ນໃນງານບຸນນະມັດສະການພະທາດຫຼວງ ແລະ ຄັ້ງສຸດທ້າຍຈະຈັດຂຶ້ນໃນທ້າຍປີ 2017 ເຊິ່ງລູກຄ້າຜະລິດຕະພັນເຈ້ຍອະນາໄມຊີ້ວ ຍັງມີໂອກາດສົ່ງລະຫັດຊິງໂຊກຈົນຮອດທ້າຍປີ 2017 ເພື່ອລຸ້ນຮັບຂອງລາງວັນດັ່ງກ່າວ.

No comments:
Post a Comment