Sunday, 15 October 2017

ນັກສຶກສາທຸກຍາກ ແຕ່ຜົນການຮຽນດີ 60 ຄົນ ໄດ້ຮັບການຊ່ວຍເຫຼືອ


ນັກ​ສຶກ​ສາຄະນະ​ວິທະຍາສາດ​ສັງຄົມ ຄະນະ​ສະ​ຖາ​ປັດ​ຕະຍະ​ກຳ​ສາດ ແລະ ຄະນະ​ອັກສອນ​ສາດ ຈຳນວນ 60 ຄົນ ທີ່ທຸກ​ຍາກ​ແຕ່​ມີ​ຜົນ​ການ​ຮຽນ​ດີ ໄດ້ຮັບ​ການ​ຊ່ວຍເຫຼືອ​ຈາກ​ທ່ານ ຄິມ ໂຮ​ກອງ ທີ່​ປຶກສາ​ບໍລິສັດ​ບັນຊີມະຫາຊົນ ສ ເກົາຫຼີ ເຊິ່ງ​ການຊ່ວຍເຫຼືອ​ຄັ້ງ​ນີ້ ພາຍ​ໃຕ້​ໂຄງການຮ່ວມ​ມືເສີມ​ສ້າງ​ຂີດ​ຄວາມ​ສາມາດ​ດ້ານ​ການ​ພັດທະນາ​ຊຸມ​ຊົນ-ຊົນນະບົດ ຕາມ​ທິດ 3 ສ້າງ ແລະ ແຊ​ມາ​ອຶນອຸນ​ດົງ.
ພິທີ​ມອບ-ຮັບ​ທຶນ​ການ​ສຶກສາ​ຄັ້ງ​ນີ້ ມີ​ຂຶ້ນ​ວັນ​ທີ 11 ຕຸລາ 2017 ຢູ່​ທີ່​ມະຫາວິທະຍາໄລ​ແຫ່ງຊາດ ມີ​ທ່ານ ພຸດ ສິມ​ມາລາ​ວົງ ຮອງ​ອະທິການ​ບໍດີ ມະຫາ​ວິ​ທະຍາ​ໄລ​ແຫ່ງ​ຊາດ ທ່ານ ຄິມ ໂຮກອງ ພ້ອມ​ດ້ວຍ​ອາຈານ-ນັກສຶກ​ສາກ່ຽວຂ້ອງ​ເຂົ້າ​ຮ່ວມ ສຳລັບ​ແຜນ​ງານ​ສະໜັບສະໜູນ​ທຶນການ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາ​ທີ່ທຸກ​ຍາກ ແຕ່​ຜົນ​ການ​ຮຽນ​ດີ ໄດ້ຈັດ​ຕັ້ງ​ປະຕິບັດ​ແຕ່​ສົກ​ປີ 2016-2017 ເປັນຕົ້ນ​ມາ ຈຳນວນ 50 ທຶນ ທຶນ​ລະ 200.000 ກີບ/ເດືອນ (ນັບ​ແຕ່​ເດືອນ 4-8 ເທົ່າກັບ 5 ເດືອນ) ລວມ​ເປັນ​ເງິນ​ທັງໝົດ 50 ລ້ານ​ກີບ ແລະ ສຳລັບສົກ​ປີ 2017-2018 ໄດ້​ເພີ່ມ​ເປັນ 60 ທຶນ ໃນ​ນັ້ນ 35 ທຶນ​ມອບ​ໃຫ້ນັກ​ສຶກ​ສາ​ຄະນະ​ວິທະຍາສາດ​ສັງຄົມ ຄະນະ​ສະຖາປັດຕະຍະກຳສາດ 20 ທຶນ ແລະ 5 ທຶນ ຄະນະ​ອັກສອນສາດ ມູນ​ຄ່າ 144 ລ້ານ​ກີບ.
ທ່ານ ຄິມ ໂຮ​ກອງ ກ່າວ​ວ່າ: ທຶນ​ການ​ສຶກ​ສາ​ນີ້ ມີ​ລັກສະນະ​ພິເສດ​ກວ່າ​ທຶນ​ການ​ສຶກ​ສາ​ທົ່ວ​ໄປ ນອກຈາກ​ຈະ​ເປັນ​ການ​ສົ່ງເສີມ ແລະ ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ຈາກຄອບຄົວ​ແລ້ວ ທຶນ​ດັ່ງກ່າວ​ຍັງແນໃສ່​ເຮັດ​ໃຫ້​ນັກ​ສຶກ​ສາມີຄວາມ​ເຂົ້າໃຈ ແລະ ປູກ​ຈິດ​ສຳນຶກ ມີ​ວິໄນ​ໃນ​ການ​ໃຊ້​ຈ່າຍ​ເງິນ ສ້າງ​ໃຫ້​ນັກ​ສຶກ​ສາມີ​ຄວາມ​ຮັບຜິດ​ຊອບ ສາມາດ​ເຮັດ​ບັນຊີ​ລາຍຮັບ-ລາຍ​ຈ່າຍ​ປະຈຳ​ວັນ ໂດຍໂຄງການ​ໄດ້​ມອບ​ປຶ້ມ​ບັນທຶກ ເພື່ອ​ຕິດຕາມ​ລາຍ​ລະອຽດ​ຂອງລາຍ​ຮັບ ແລະ ຄ່າ​ໃຊ້​ຈ່າຍ​ຊີວິດປະຈຳ​ວັນ ໂດຍ​ທຸກໆ​ເດືອນ ​ນັກສຶກ​ສາ​ຕ້ອງ​ນຳ​ເອົາ​ປຶ້ມ​ບັນທຶກດັ່ງກ່າວ​ມາ​ໃຫ້​ຄະນະ​ຮັບ​ຜິດຊອບ​ກວດກາ ທັງ​ນີ້ ເພື່ອ​ນຳໄປຖອດ​ຖອນ​ບົດຮຽນ ແລະ ພ້ອມກັນ​ປັບປຸງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...