Monday, 23 October 2017

ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກ ຄອງແກ່ພະນັກງານຕ່າງປະເທດ


  ຂປລ. ​ໃນວັນທີ 23 ຕຸລາ 2017 ຢູ່ສູນການຮ່ວມມືສາກົນ ​ແລະ ການຝຶກອົບຮົມ, ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບສະ​ຖາ​ບັນ​ການ​ເມືອງ-ການ​ປົກຄອງ​ແຫ່ງ​ຊາດ ​ໄດ້​ເປີດ​ຊຸດ​ຝຶກ​ອົບຮົມ ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ​ໄລຍະ​ສັ້ນ 45 ວັນ, ຊຸດ​ທີ II ​ໃຫ້​ບັນດາ​ສະມາຊິກ​ພັກ, ພະນັກງານ​ຫລັກ​ແຫ​ລ່ງ ພາຍ​​ໃນກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະໝຸດ​ທອງ ສົມ​ພານິດ ຮອງ​ຫົວໜ້າ​ສະ​ຖາ​ບັນ​ການ​ເມືອງ-ການ​ປົກຄອງ​ແຫ່ງ​ຊາດ, ມີ​ບັນດາ​ຄູ​ອາຈານຈາກ​ສະ​ຖາ​ບັນ​ການ​ເມືອງ-ການ​ປົກ ຄອງ​ແຫ່ງ​ຊາດ ​ແລະ ບັນດາ​ຜູ້​ຕາງໜ້າ​ຈາກ​ກົມ​ຕ່າງໆ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ເຂົ້າ​ຮ່ວມ.
​ໃນ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້, ຜູ້​ເຂົ້ຮ່ວມຈະ​ໄດ້​ຍົກ​ລະດັບ​ຄວາມ​ຮູ້​ພື້ນຖານ ​ດ້ານ​ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ, ຄົ້ນຄວ້າ​ຮ່ຳຮຽນທິດ​ສະ​ດີ​ມາກ-​ເລ​ນິນ, ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງ​ພັກ ​ໃນ​ແຕ່ລະ​ໄລຍະ. ຈຸດປະສົງ​ ກໍ​ເພື່ອ​ແນ​ໃສ່​ໃຫ້​ພະນັກງານ​ນຳພາ-ຄຸ້ມ​ຄອງ, ພະນັກງານ​ສືບ​ທອດ ກໍ​ຄື​ ບັນດາ​ສະມາຊິກ​ພັກ, ພະນັກງານ​ຫລັກ​ແຫ​ລ່ງ ມີ​ວິທີ​ການ​ເຮັດ​ວຽກ​ທີ່​ຖືກຕ້ອງ ​ແລະ ຮູ້​ໝູນ​ໃຊ້ບັນດາ​ບົດຮຽນ​ດັ່ງ ກ່າວ, ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ. ຊຸດ​ຝຶກ​ອົບ​ດັ່ງກ່າວ, ຈະ​ດຳ​ເນີນ​ໄປ​ເຖິງ​ວັນ​ທີ 22 ທັນ​ວາ 2017 ຊຶ່​ງມີຜູ້​ເຂົ້າ​ຮ່ວມທັງ​ໝົດ 47 ທ່ານ, ຍິງ 13 ທ່ານ.
ທ່ານ ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນການຜັນຂະຫຍາຍມະຕິ ຂອງກອງປະຊຸມ ວຽກງານການຕ່າງປະເທດ ຄັ້ງທີ 13 ແລະ ແຜນບຳລຸງ-ກໍ່ສ້າງພະນັກງານຂອງກະ ຊວງການຕ່າງປະເທດ ເພື່ອເຮັດໃຫ້ການ ປະຕິບັດວຽກງານພາຍໃນກະຊວງ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ ຕາມຄຳຂວັນທີ່ວ່າ: ຍົກສູງຄວາມສາມາດ, ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນຂະແໜງການຕ່າງປະເທດ ຕໍ່ການປະຕິບັດແນວທາງ ການຕ່າງ ປະເທດ. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ ມີທັດສະນະຫລັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນ ດຳລົງຊີວິດ ທີ່ປອດໃສ ແລະ ມີວິທີການເຮັດວຽກທີ່ຖືກຕ້ອງ. ນອກ​ຈາກ​ນີ້, ກໍ​ເພື່ອ​ປະຕິບັດ​ແຜນ​ພັດທະນາ ​ຊັບ​ພະຍາກອນ​ມະນຸດ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໃຫ້​ບັນລຸ​ຕາມ​ຄາ​ດໝາຍ​ທີ່​ວາງ​ໄວ້.
ຂ່າວ: ມະນີ​ທອນ, ພາບ: ສະຫວາ​ດ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...