Monday, 23 October 2017

ຄະນະນໍາກະຊວງ ຖວທ ຮ່ວມກັບ ນະຄອນຫລວງວຽງຈັນ ລົງກວດກາຄວາມພ້ອມການຈັດງານ ປີທ່ອງ ທ່ຽວລາວ 2018




ຂປລ. ເມື່ອທ້າຍອາທິດທີ່ຜ່ານມາ ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງ ຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທັງເປັນຮອງປະທານຄະນະຊີ້ນໍາລະດັບຊາດ ໃນການ ຈັດງານປີທ່ອງທ່ຽວລາວ 2018ຮ່ວມກັບ ຄະນະນໍານະຄອນຫລວງວຽງຈັນ, ໄດ້ລົງກວດກາຄວາມພ້ອມສະຖານທີ່ ແລະ ຄວາມຄືບໜ້າການໃນການຈັດງານປີທ່ອງທ່ຽວລາວ 2018 ທີ່ເດີ່ນພະທາດ ຫລວງວຽງຈັນ.
ທ່ານ ສູນ ມະນີວົງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ (ຖວທ) ໄດ້ໃຫ້ສໍາພາດຕໍ່ ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ຍັງອີກບໍ່ພໍເທົ່າໃດວັນກໍຈະເປີດປີທ່ອງທ່ຽວລາວ 2018 ເພື່ອສົ່ງເສີມ ແລະ ດຶງດູດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວລາວ ໃຫ້ຫລາຍຂຶ້ນ, ໂດຍແນ່ໃສ່ໂຄສະນາການທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ, ມາຮອດປັດຈຸບັນການຫ້າງຫາກະກຽມລວມ ທັງສິ່ງອໍານວຍຄວາມສະດວກຕ່າງໆຖືວ່າ ມີຄວາມຄືບໜ້າດີ, ໂດຍການປະສານສົບທົບກັບອໍານາດການປົກຄອງນະຄອນຫລວງວຽງຈັນ, ສໍາ ລັບກິດຈະກໍາສະເຫລີມສະຫລອງ ໃນງານປີທ່ອງທ່ຽວລາວ 2018 ນີ້ ຈະມີການສະແດງສິລະປະ, ວັດທະນະທໍາ, ການວາງສະແດງແຫລງທ່ອງ ທ່ຽວຈໍາລອງທີ່ໂດດເດັ່ນຂອງແຕ່ລະແຂວງພາຍ ໃນປະເທດ, ການວາງສະ ແດງສິນຄ້າຫັດຖະກໍາໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP).
ນອກຈາກນັ້ນ, ຍັງຈະໄດ້ເຊື້ອເຊີນເອົາ 5 ປະເທດ ທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ມຽນມາ ແລະ ກໍາປູເຈຍ. ພ້ອມນີ້,  ການທ່ອງ ທ່ຽວມາເລເຊຍ ຍັງສະເໜີ ເຂົ້າຮ່ວມໃນງານດັ່ງ ກ່າວຕື່ມອີກ.
ຂ່າວ: ວິໄລສັກ ພາບ: ເກດສະໜາ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...