ພິທີນຳສະເໜີລົດ ແລະ ເປີດສູນບ໋ອກເວີດ ໄດ້ຈັດຂຶ້ນວັນທີ 20 ຕຸລາ 2017 ຢູ່ຫ້ອງຂາຍບໍລິສັດ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ອະດີດຮອງນາຍົກລັດຖະມົນຕີ ມີບັນດາລັດຖະມົນຕີ ພ້ອມດ້ວຍຄະນະບໍລິຫານບໍລິສັດ ຊິນເນສິສ ແລະ ແຂກຖືກເຊີນ.
ທ່ານ ພົງອະນັນ ທຸມໂຄດ ຜູ້ຈັດການທົ່ວໄປ ບໍລິສັດ ຊິນເນສິສ ຈຳກັດຜູ້ດຽວ ກ່າວວ່າ: Borgward ເປັນລົດເອີຣົບທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ການກັບມາຄັ້ງນີ້ ແມ່ນການກັບມາຄັ້ງຍິ່ງໃຫຍ່ຂອງຕະກຸນລົດຫຼຼູຫຼາ ຈາກປະເທດເຢຍລະມັນ ໂດຍລົດທີ່ປ່ອຍເຂົ້າຕະຫຼາດແລ້ວມີ SUV BX7 ແລະ BX5 ໃນນີ້ BX7 ໄດ້ນຳສະເໜີໃນລາວ ປີ 2016 ສ່ວນ BX5 ແມ່ນໄດ້ນຳສະເໜີໃນມື້ນີ້ ລາວເປັນປະເທດທຳອິດໃນອາຊີຕາເວັນອອກສຽງໃຕ້ ທີ່ໄດ້ນຳເຂົ້າ ແລະ ຈຳໜ່າຍເປັນທາງການ ເຊິ່ງຄວາມຕ້ອງການໃນການໃຊ້ລົດໃຫຍ່ ມີການຂະຫຍາຍຕົວແບບກ້າວກະໂດດ ດັ່ງນັ້ນ Borgward ຈຶ່ງໄດ້ເຂົ້າມາເປັນອີກທາງເລືອກໜຶ່ງໃຫ້ລູກຄ້າ ພາຍໃຕ້ຄຳຂວັນ “ຄວາມຫຼູຫຼາທີ່ທ່ານເປັນເຈົ້າຂອງໄດ້”.

No comments:
Post a Comment