ລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 1.369 ລ້ານເຢັນ ຫຼື ປະມານ 100,23 ຕື້ກີບ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງສະພາບແວດລ້ອມ ຂອງໂຮງຮຽນມັດທະຍົມຕອນຕົ້ນຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ແນໃສ່ບັນລຸແຜນພັດທະນາຂະແໜງການສຶກສາ ຄັ້ງທີ 8 ໂດຍສະເພາະ ການເພີ່ມອັດຕາການລົງທະບຽນຂອງນັກສຶກສາຊັ້ນມັດທະຍົມຕອນຕົ້ນ ໃຫ້ໄດ້ 85% ພາຍໃນປີ 2020 ແລະ ສ້າງວິໄສທັດແຫ່ງຊາດ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ປາກົດຜົນເປັນຈິງຕາມເປົ້າໝາຍທີ່ວາງໄວ້.
ພິທີລົງນາມເອກະສານແລກປ່ຽນສຳລັບການຊ່ວຍເຫຼືອລ້າ ໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 23 ຕຸລາ 2017 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມຕອນຕົ້ນຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ມີເປົ້າໝາຍຈະຂະຫຍາຍ ແລະ ກໍ່ສ້າງຄືນໃໝ່ ໂຮງຮຽນມັດທະຍົມ 37 ແຫ່ງ ໃນ 4 ແຂວງ ພ້ອມທັງມອບໂຕະຮຽນ ແລະ ກະດານດຳ ໃນນີ້ ຈະສາມາດເພີ່ມຈຳນວນຫ້ອງຮຽນຈາກ 121 ຫ້ອງເປັນ 454 ຫ້ອງ ແລະ ສາມາດຮອງຮັບນັກຮຽນໄດ້ອີກ 2.620 ຄົນ ເຊິ່ງຈະເປັນການປະກອບສ່ວນສ້າງເງື່ອນໄຂ ໃຫ້ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ເພື່ອການພັດທະນາແບບຍືນຍົງ ແລະ ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.

No comments:
Post a Comment