ຂປລ. ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະລົງຊີ້ນໍາວຽກງານ ພັດທະນາເສດຖະກິດ ແລະ ລົບລ້າງຄວາມທຸກຍາກ ຢູ່ບ້ານໜອງຊາຍ, ເມືອງຫ້ວຍຊາຍ ໃນວັນທີ 16 ຕຸລາ 2017 ນີ້ ມີບັນດາຄະນະນໍາແຂວງ, ເມືອງ, ສອງກອງບັນຊາການ ປກຊ - ປກສ, ຫົວໜ້າພະແນກການກ່ຽວຂ້ອງ, ອຳນາດການປົກຄອງບ້ານ ພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມ.
ທ່ານ ອ່ອນຈັນ ສູງປັນຍາ ນາຍບ້ານໜອງຊາຍ ໄດ້ລາຍງານວ່າ: ບ້ານໜອງຊາຍມີທັງໝົດ 179 ຫລັງຄາເຮືອນ, ມີ 215 ຄອບຄົວ, ມີພົນລະເມືອງທັງໝົດ 896 ຄົນ, ຍິງ 502 ຄົນ, ປະກອບມີ 2 ຊົນເຜົ່າຄື: ເຜົ່າລາວ ແລະ ເຜົ່າລື້ ຖືເອົາການຜະລິດກະສິກໍາ ປູກຝັງ - ລ້ຽງສັດ ເປັນອາຊີບຕົ້ນຕໍ ເພື່ອແກ້ໄຂຄວາມທຸກຍາກ ແລະ ການຄ້າຂາຍເປັນສໍາຮອງ ເປັນຕົ້ນການປູກພຶດສ່ວນຄົວ ສາມາດສົ່ງອອກ ຂາຍຕະຫຼາດ ປະມານ 20,400 ກິໂລ/ປີ, ສະເລ່ຍເຂົ້າກິນ 288 ກິໂລຕໍ່/ປີ ມີແຮ່ໄວ້ແຕ່ກຸ້ມກິນ, ສະເລ່ຍລາຍຮັບເຂົ້າສູຄອບຄົວ ໄດ້ 1000 ໂດລາ/ຄົນ/ປີ
ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ຍັງໄດ້ເນັ້ນໃຫ້ອຳນາດ ການປົກຄອງບ້ານ ຈົງເປັນເຈົ້າການໃນການຊີ້ນຳ - ນໍາບັນຫາປະກົດການຫຍໍ້ທໍ້ ໃນສັງຄົມເປັນຕົ້ນ ບັນຫາຢາເສບຕິດ ທີ່ກໍ່ເຮັດໃຫ້ເກິີດຂີ້ລັກ ງັດແງະ ແລະ ການຄ້າຂາຍເຖືອນ, ລັກລອບເຄື່ອງໜີພາສີທີ່ຜິດກົດໝາຍ ແລະ ສຶບຕໍ່ການເອົາໃຈໃສ່ ປັງປຸ່ງອຳນາດການປົກຄອງບ້ານ ປກຊ - ປກສ ຈົ່ງເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ ແລະ ທ່ານຍັງກ່າວອີກຕຶ່ມວ່າ ອຳນາດການປົກຄອງບ້ານ ຈົ່ງເປັນເຈົ້າການ ໃນການສ່ອງແສງລາຍງານ ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂປະກົດການຫຍໍ້ທໍ້ ທາງດ້ານເສດຖະກິດ - ສັງຄົມ ຄຽງຄູ່ກັບການຮັກສາ ຮີດຄອງປະເພນີພາຍໃນບ້ານ ແລະ ຖືເອົາການປູກ, ການລ້ຽນເປັນອາຊີບຕົ້ນຕໍ່ ໃນການຄາຂາຍ ແລະ ເປັນອາຊີບລັກ ໃນການພັດທະນາ ເສດທະກິດຂອງບ້ານ ໃຫ້ດີຂື້ນເທືອລະກ້າວ ແລະ ຫັນເອົາການຄ້າຂາຍ ໃຫ້ຖືກກັບລະບຽບກົດໝາຍ.
ຂ່າວ: ບຸນເພັດ ໄຊຍະວົງ.
ຂ່າວ: ບຸນເພັດ ໄຊຍະວົງ.

No comments:
Post a Comment