ຂປລ. ໃນວັນທີ 17 ຕຸລາ 2017 ຢູ່ໂຮງແຮມ ຄວາພາຊາ ໄດ້ຈັດກອງປະຊຸມ ກ່ຽວກັບການສົ່ງ ເສີມການສົ່ງອອກສິນຄ້າກະສິກຳຂອງ ສປປ ລາວ ຂຶ້ນ, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນອາຊຽນຍີ່ປຸ່ນ (AJC) ແລະ ບັນດາອົງການສົ່ງເສີມການຄ້າປະເທດ CLMV, ເຊິ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 17-20 ຕຸລາ ນີ້, ໂດຍການເປັນປະທານຂອງທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ຟູຈິຕະ ມາຊາຕາກາ ເລຂາທິການໃຫຍ່ ສູນອາຊຽນຍີ່ປຸ່ນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນທອງ ພິດທຸມມາ ກວ່າວ່າ: ຈຸດປະສົງການປະຊຸມໃນຄັ້ງນີ້, ກໍເພື່ອສ້າງຄວາມສາມາດໃຫ້ແກ່ນັກທຸລະກິດ ແລະ ຜູ້ປະກອບການໃນ ສປປ ລາວ ທີ່ມີທ່າແຮງ, ມູນເຊື້ອໃນການດຳເນີນການຜະລິດ, ການປຸງແຕ່ງສິນຄ້າກະສິກຳ ເພື່ອຮັບໃຊ້ພາຍໃນ ແລະ ການສົ່ງອອກ ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການ ກັບບັນດາຜູ້ປະກອບການທີ່ປະສົບຜົນສຳເລັດ ຈາກບັນດາປະເທດອາຊຽນ. ເວົ້າລວມ, ເວົ້າສະເພາະ ກໍຄື ວິທີການພັດທະນາສິນຄ້າກະສິກຳ ເພື່ອການສົ່ງອອກ ໄປປະເທດຍີ່ປຸ່ນ.
ລັດຖະບານໄດ້ກຳນົດແຕ່ປີ 2016-2020 ວ່າຈະຕ້ອງສືບຕໍ່ຮັກສາສະຖຽນລະພາບ ຂອງອັດຕາການຈະເລີນເຕີບໂຕດ້ານເສດຖະກິດ 7,5% - 8% ຕໍ່ປີ. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນສະເລ່ຍ 3,2%, ກວມເອົາປະມານ 19% ຂອງລວມຍອດຜະລິດຕະພັນພາຍໃນ, ອຸດສາຫະກຳ ເພີ່ມຂຶ້ນ 9,3%, ກວມເອົາ 32% ຂອງລວມຍອດຜະລິດຕະພັນພາຍໃນ, ການບໍລິການເພີ່ມຂຶ້ນ 8,9%, ກວມເອົາປະມານ 41% ຂອງລວມຍອດຜະລິດຕະພັນພາຍໃນ ໃນປີ 2020.
ຂ່າວ-ຮູບ ສຸກສະຫວັດ

No comments:
Post a Comment