Tuesday, 17 October 2017
ລັດຖະມົນຕີກະຊວງ ປທສ ລົງຊີ້ນຳວຽກງານຢູ່ທີ່ ແຂວງສະຫວັນນະເຂດ
ຂປລ. ວັນທີ 16 ຕຸລາ 2017ນີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມຄະນະໄດ້ລົງຢ້ຽມຢາມ ທີ່ແຂວງສະຫວັນນະເຂດ.
ທ່ານ ບຸນດາໄລ ເຄນນະວົງ ຫົວໜ້າພະແນກ ປທສ ແຂວງສະຫວັນນະເຂດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ສະພາບການເຄື່ອນໄຫວວຽກງານ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ ໄລຍະ 9 ເດືອນຜ່ານມາ, ຈາກນັ້ນ ໄດ້ຮັບຟັງການໃຫ້ທິດຊີ້ນຳຈາກ ທ່ານ ລັດຖະມົນຕີກະຊວງ ປທສ ເຊິ່ງທ່ານໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ທາງແຂວງຍາດມາໄດ້ ໃນໄລຍະຜ່ານມາ ປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ການຈັດເກັບລາຍຮັບເຂົ້າງົບປະມານ ຂອງສາຂາກໍ່ປະຕິບັດໄດ້ດີ, ການຄຸ້ມຄອງວຽກງານກໍ່ ປະຕິບັດໄດ້ໄດີ ເຮັດໃຫ້ສັງຄົມມີຄວາມສະຫງົບທັງໝົດ ແມ່ນຍ້ອນການຊີ້ນຳ ນຳພາຢ່າງໃກ້ສິດຕິດແທດ ຂອງຄະນະນຳພະແນກ ປທສ ພ້ອມນີ້ທ່ານ ທັນສະໄໝ ກົມມະສີດ ໄດ້ເນັ້ນໜັກບາງ ບັນຫາສຳຄັນວ່າ: ເນື່ອງຈາກວ່າເຮົາມີນິຕິກຳ, ມີກົດໝາຍເປັນເຄື່ອງມີ ໃນການຄຸ້ມຄອງວຽກງານ ສະນັ້ນ ກ່ອນອື່ນພວກເຮົາຈະຕ້ອງ ໄດ້ມີຄວາມເຂົ້າໃຈ ຢ່າງຈະແຈ້ງເລິກເຊິ່ງຕໍ່ພາລາບົດບາດ, ສິດໜ້າທີ່ຂອງຕົນເອງ ເພື່ອທີ່ຈະໄດ້ ຄຸ້ມຄອງວຽກງານ ທີ່ຕົນເອງຮັບຜິດຊອບ ໄດ້ຢ່າງມີປະສິດທິຜົນ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...


No comments:
Post a Comment