ໃນລະຫວ່າງດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ບັນດາສະມາຊິກສະພາໃນນາມຕາງໜ້າໃຫ້ປະຊາຊົນໄດ້ມີຂໍ້ຊັກຖາມ ກ່ຽວກັບການບໍລິຫານລັດໃນທຸກຂະແໜງການ, ອົງການປົກຄອງໃຫ້ມີຄຸນນະພາບ ແລະປະສິດທິຜົນ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະຜູ້ປະກອບການເຂົ້າເຖິງການບໍລິຫານລັດຢ່າງສະດວກ ແລະໄວ, ຍຸຕິທຳ ແລະພ້ອມທັງຖືກຕ້ອງຕາມກົດໝາຍ, ຊຶ່ງລັດຖະບານຈະມີທິດຊີ້ນຳ ແລະມາດຕະການແກ້ໄຂປະກົດການຫຍໍ້ທໍ້ ແລະການບໍລິຫານລັດ, ກົງຈັດລັດແຕ່ລະຂັ້ນນັ້ນຄືແນວໃດ?,
ຕໍ່ບັນຫາດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງວ່າ: ເພື່ອຮັບປະກັນໃຫ້ແກ່ການບໍລິຫານລັດທີ່ສະດວກໄວ ແລະຍຸຕິທຳຕໍ່ປະຊາຊົນ, ນັກທຸລະກິດ ກ່ອນອື່ນຄວນພິຈາລະນາເຖິງຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າຂອງທຸກຂະແໜງການ ແລະອົງການປົກຄອງທີ່ຍັງເລີນເລີໃນການບໍລິຫານລັດຂອງຕົນ.
ທ່ານນາຍົກກ່າວວ່າ: ໃນແຜນມະຕິ 10 ຂອງພວກເຮົາສືບເນື່ອງມາຈາກມະຕິ
9 ພັກເຮົາແມ່ນຖືບັນຫານີ້ເປັນໜຶ່ງໃນ
4 ບຸກທະລຸ, ລັດຖະບານຊຸດນີ້
ຈຶ່ງຖືສຳຄັນໃນການປັບປຸງກົງຈັກຂອງລັດໃຫ້ກະທັດຮັດທາງດ້ານການຈັດຕັ້ງ, ແບ່ງຄວາມຮັບຜິດຊອບ
ແລະມອບສິດອຳນາດໃຫ້ແກ່ກົງຈັກຕັ້ງລັດແຕ່ສູນກາງລົງຮອດທ້ອງຖິ່ນ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າ, ແກ້ໄຂບັນຫາຂອງຕົນດ້ວຍຄວາມຮັບຜິດຊອບສູງ, ບໍ່ຢາກໃຫ້ເອື່ອຍອີງ, ບໍ່ຢາກໃຫ້ຖີ້ມພຸ້ນຖີ້ມພີ້
ລວມທັງການບັນຊາອຳນວຍຄວບຄຸມວຽກງານຂອງຕົນທີ່ຖືກມອບໝາຍດ້ວຍຄວາມເປັນເຈົ້າຢ່າງແທ້ຈິງອັນນີ້ແມ່ນເຈດຕະນາຂອງລັດຖະບານ.ທ່ານທອງລຸນ ສີສຸລິດ ກ່າວວ່າ:
ຜູ້ທີ່ເປັນຫົວໜ້າຂະແໜງການພາຍຫຼັງໄດ້ມາຮັບໜ້າທີ່, ໄດ້ມອບສິດໃຫ້ປັບປຸງກົງຈັກຂອງຕົນ, ກົນໄກທີ່ຕົນນຳໃຊ້, ພະນັກງານທີ່ຢູ່ພາຍໃຕ້ການບັງຄັບບັນຊາເອົາເອງ
ເພາະວ່າ ພະນັກງານໃນຂະແໜງການນັ້ນ, ທ້ອງຖິ່ນນັ້ນ
ຈະເປັນຜູ້ຮູ້ດີກວ່າຜູ້ອື່ນທັງວຽກງານ ແລະທັງຄົນ, ຊຶ່ງຈະປະຕິເສດເລື່ອງນີ້ບໍ່ໄດ້.ຜ່ານມາລັດຖະບານ
ກໍໄດ້ຕິດຕາມຊີ້ນຳຢ່າງໃກ້ສິດ ແລະຍັງເຫັນວ່າ ຫຼາຍຈຸດອ່ອນຂໍ້ຄົງຄ້າງບໍ່ທັນບຸກທະລຸໄດ້
ເປັນຕົ້ນກົງຈັກຍັງບໍ່ທັນກະທັດລັດຮັດກຸມ, ຄົນໃນກົງຈັກຈຳນວນບໍ່ໜ້ອຍຍັງເຮັດວຽກຕາມຄວາມຊີນເຄີຍ, ຄວາມຮັບຜິດຊອບຍັງບໍ່ທັນສູງ, ອາດຍາສິດຫ່າງເຫີນມະຫາຊົນ, ຫ່າງເຫີນຄວາມເປັນຈິງຍັງບໍ່ທັນຕັ້ງໜ້າແກ້ໄຂບັນຫາ
ຍັງຈົມຢູ່ໃນວົງຈອນແຫ່ງການສວຍໃຊ້ຖານະຕຳແໜ່ງວົງວຽນນຳການສໍ້ຫຼາດບັງຫຼວງສະແຫວງຫາຜົນປະໂຫຍດຕ່າງໆ, ຍ້ອນວ່າກົງຈັກຫຼາຍບ່ອນ, ຫຼາຍອົງກອນຍັງບໍ່ທັນຫຼຸດອອກຈາກວົງໂຄຈອນດັ່ງກ່າວ, ຈຶ່ງກະທົບຕໍ່ວຽກບໍລິຫານໃຫ້ຊັກຊ້າ, ແກ່ຍາວ
ແລະຂາດປະສິດທິຜົນ, ປະສິດທິພາບຍັງຕ່ຳຍັງເປັນລັກສະນະທົ່ວໆໄປຢູ່ໃນກົງຈັກຂອງພວກເຮົາແຕ່ເທິງລົງລຸ່ມຍັງເປັນລັກສະນະແຜ່ລາມ.
ສູນກາງຈຶ່ງເຫັນບັນຫານີ້ແຈ້ງຂຶ້ນ ແລະເຫັນວ່າຕ້ອງປັບປຸງແກ້ໄຂໃຫ້ຕົກໄປແຕ່ລະກ້າວ, ເຖິງແມ່ນວ່າຈະບໍ່ແມ່ນເລື່ອງງ່າຍດາຍກໍຕາມ ເພາະວ່າຂໍ້ຄົງຄ້າງນີ້ເປັນພະຍາດຊຳເຮື້ອມາດົນ.
ລັດຖະບານ
ໃນຖານະຜູ້ບໍລິຫານໄດ້ປະກາດໃຊ້ບັນດານະໂຍບາຍ ແລະນິຕິກຳຫຼາຍສະບັບ ເປັນຕົ້ນ ຄຳສັ່ງເລກທີ
15\ນຍ
ວ່າດ້ວຍການຄຸ້ມຄອງການຂຸດຄົ້ນໄມ້, ຄຳສັ່ງ 07\ນຍ, ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮີບມາເປັນຂອງລດ, ຄຳສັ່ງ
09\ນຍ, ວ່າດ້ວຍ
ການປະຢັດງົບປະມານລາຍຈ່າຍຂອງລັດ ແລະຄຳສັ່ງອື່ນໆອີກ.
ນອກຈາກນັ້ນ
ຍັງມີດຳລັດເລກທີ 294\ນຍ ວ່າດ້ວຍການຝຶກອົບຮົມພັດທະນາພະນັກງານລັດຖະກອນ, ດຳລັດເລກທີ 300\ນຍ ວ່າດ້ວຍ
ປະເມີນຜົນຂອງການປະຕິບັດວຽກງານຂອງພະນັກງານລັດຖະກອນ, ດຳລັດສະບັບເລກທີ 315\ນຍ ວ່າດ້ວຍ ການບັນເທິງ
ແລະອື່ນໆ ທັງໝົດນັ້ນແມ່ນເພື່ອແກ້ໄຂບັນຫາການບໍລິຫານລັດໃຫ້ດີ
ແລະມີປະສິດທິຜົນຂຶ້ນເທື່ອລະກ້າວ.ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນລັດຖະບານໄດ້ເຮັດວຽກຮ່ວມກັບທຸກຂັ້ນນັບແຕ່ຂັ້ນເທິງ
ຈົນຮອດຂັ້ນທ້ອງຖິ່ນ, ຫາກກວດເຫັນບັນຫາຢູ່ໃສ, ທ້ອງຖິ່ນໃດ ຕ້ອງມອບໃຫ້ເປັນຄວາມຮັບຜິດຊອບຂອງອົງການນັ້ນ, ທ້ອງຖິ່ນນັ້ນຊີ້ນຳແກ້ໄຂ, ຫາກບໍ່ຢາກແກ້, ບໍ່ກ້າແກ້ ຫຼື
ບໍ່ມີຄວາມສາມາດແກ້ ຂັ້ນເທິງຈະໄດ້ແກ້ ເພາະພວກເຮົາບໍ່ສາມາດປະປ່ອຍໃຫ້ບັນຫານີ້ແກ່ຍາວ
ແລະຊຳເຮື້ອໄດ້ອີກແລ້ວ, ທີ່ສຳຄັນທຸກພາກສ່ວນຈະຕ້ອງໄດ້ເປັນເຈົ້າການຮ່ວມກັນ, ທ່ານນາຍົກກ່າວຢ້ຳ.
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



No comments:
Post a Comment