ຂປລ. ອາທິດຜ່ານມານີ້, ຄະນະນໍາແຂວງຫົວພັນ ໄດ້ຈັດພິທີປາຖະກະຖາ ວັນອາຫານໂລກ ( 16 ຕຸລາ 1980 - 16 ຕຸລາ 2017 ) , ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ( 17-24 ຕຸລາ 2003 - 17-24 ຕຸລາ 2017 ), ທີ່ຫໍວັດທະນະທຳຂອງແຂວງ ໂດຍເປັນປະທານຂອງ ທ່ານ ເພີດ ມາປັນຍາຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຫົວໜ້າພະແນກ ການອ້ອມຂ້າງແຂວງ, ກອງບັນຊາການທະຫານ, ຕຳຫຼວດຕະຫຼອດຮອດ ພະນັກງານລັດຖະກອນ, ອຳນາດການປົກຄອງ 12 ບ້ານ ອ້ອມຂ້າງເທດສະບານແຂວງ ເຂົ້າຮ່ວມຮັບຟັງທັງໝົດ 192 ຄົນ, ຍິງ 78 ຄົນ.
ທ່ານ ບຸນຄຳ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຍົກໃຫ້ເຫັນອັນສຳຄັນ ແລະ ເປັນພື້ນຖານກວ່າໝູ່ແມ່ນສາມາດເຮັດໃຫ້ ລະບົບການຈັດຕັ້ງ ຢູ່ໃນຂັ້ນຮາກຖານໄດ້ຮັບການ ປັບປຸງມີຄວາມ ໜັກແໜ້ນເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ສາມາດເປັນເຈົ້າການ ໃນການນຳພາປະຊາຊົນ, ຊັ້ນຄົນຕ່າງໆ ໃນທ້ອງຖິ່ນຮາກຖານ ຈັດຕັ້ງປະຕິບັດໜ້າທີ່ວຽກ ງານຕ່າງໆໄດ້ເປັນຢ່າງດີ, ເຮັດໃຫ້ຮາກຖານຊົນນະບົດ ກໍ່ຄືເຂດພູດອຍ ບ່ອນຫ່າງໄກສອກຫລີກ ແລະ ທຸລະກັນດານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນເທື່ອລະກ້າວ, ປະຊາຊົນມີຄວາມສາມັກຄີ ປອງດອງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ມີສະຕິຕື່ນຕົວ ເປັນເຈົ້າປະເທດຊາດ, ເຂົ້າໃຈກ່ຽວກັບ ກົດໝາຍຫລາຍຂຶ້ນ, ປະຕິບັດສິດ ແລະ ພັນທະຂອງພົນລະເມືອງ. ແຂວງຫົວພັນ ປະກອບມີ 10 ເມືອງ, 93 ກຸ່ມບ້ານ, ມີ 724ບ້ານ, 20.218 ຄົວເຮືອນ, ພົນລະເມືອງ 300.717 ຄົນ, ຍິງ 147.584 ຄົນ, ມີບ້ານທຸກ 348 ບ້ານ, ກວມເອົາ 48,07%, ທຽບໃສ່ປີ 2015 ຫຼຸດລົງ 1,23%, ໃນນີ້ມີ 7.860 ຄົວເຮືອນ ກວມເອົາ 15,65% ຂອງຄອບຄົວທັງໝົດ ທຽບໃສ່ປີ 2015 ຫຼຸດລົງ 11,14%, ປະກອບມີ 3 ເມືອງທຸກຍາກຄື: ເມືອງຊຳໃຕ້, ເມືອງກວັນ ແລະເມືອງຊ່ອນ. ປະຈຸບັນສາມາດປະເມີນ ແລະ ປະກາດ ບ້ານພັດທະນາ ຈຳນວນ 242 ບ້ານ, ກວມເອົາ 33,61% ທຽບໃສ່ປີ 2015 ເພິ່ມຂື້ນ 9,52% ຂອງບ້ານ ທັງໝົດທົ່ວແຂວງ.
ຂ່າວ: ນິດຖະໜອມ

No comments:
Post a Comment