Monday, 23 October 2017

ທຣັມມີກຳນົດຈະເດີນທາງຢ້ຽມຢາມ 5 ປະເທດໃນອາຊີ ເປັນເວລາ 15 ວັນ ໂດຍຈະເລີ່ມຈາກການຢ້ຽມຢາມ ຍີປຸ່ນ ກ່ອນຈະເດີນທາງໄປຢ້ຽມຢາມເກົາຫລີໃຕ້, ຈີນ, ຫວຽດນາມ ແລະຟີລິບປິນ

ໂດນັນທຣັມປະທານາທິບໍດີ ສະຫະລັດ ອາເມລິກາອາດບໍ່ເດີນທາງໄປຢ້ຽມຢາມເຂດປອດທະຫານທີ່ແບ່ງແຍກ ເກົາຫລີເຫນືອ ແລະເກົາຫລີໃຕ້ ໃນລະຫວ່າງການເດີນທາງຢ້ຽມຢາມເກົາຫລີໃຕ້ໃນເດືອນຫນ້າ ຊຶ່ງຖືວ່າເປັນການກະທຳທີ່ຝືນທຳນຽມປະຕິບັດຂອງປະທານາທິບໍດີ ອາເມລິກາ
ທ່ານ ໂດນັນ ທຣັມ ປະທານາທິບໍດີ ອາເມລິກາ ມີກຳນົດການຈະເດີນທາງຢ້ຽມຢາມອາຊີເປັນ ເວລາ 15 ວັນ ໃນເດືອນພະຈິກ 2017 ນີ້ ຊຶ່ງລວມໄປເຖິງການໄປຢ້ຽມຢາມເກົາຫລີໃຕ້ນຳ ແຕ່ເຈົ້າຫນ້າທີ່ອາວຸໂສຂອງທຳນຽບຂາວ ໄດ້ອອກມາເປີດເຜີຍວ່າການເດີນທາງໄປຢ້ຽມຢາ ເກົາຫລີໃຕ້ຄັ້ງນີ້ ທຣັມອາດຈະບໍ່ເດີນທາງໄປຢາມເຂດປອດທະຫານ ທີ່ແບ່ງແຍກຝັ່ງ ເກົາຫລີເໜືອ ແລະເກົາຫລີໃຕ້ ອອກຈາກກັນ ຊຶ່ງຖືເປັນການກະທຳທີ່ຝືນທຳນຽມປະຕິບັດ ຂອງປະທານາທິບໍດີ ອາເມລິກາ ຊຶ່ງອະດີດປະທານາທິບໍດີ ອາເມລິກາທຸກຄົນຈະຕ້ອງເດີນທາງໄປຢ້ຽມຢາມເຂດປອດທະຫານ ເພື່ອເປັນການສະແດງອກເຊີງສັນຍາລັກວ່າ ອາເມລິກາມີຄວາມຕັ້ງໃຈຈິງທີ່ຈະແກ້ບັນຫາ ຄວາມຂັດແຍ່ງລະຫວ່າງເກົາຫລີເໜືອແລະເກົາຫລີໃຕ້
ທຳນຽບຂາວໃໃຫ້ເຫດຜົົນທີ່ທຣັມອາດບໍ່ເດີນທາງໄປຍັງເຂດປອດທະຫານ ເພາະຕາລາງເວລາການເດີນທາງມີບໍ່ຫລາຍ ໂດຍທຣັມ ຕັດສິນໃຈທີ່ຈະເລືອກໄປທີ່ຄ້າຍ ຮັມຟຣີ ຊຶ່ງເປັນທັງຄ້າຍທະຫານ ແລະສະຫນາມບິນຂອງກອງທັບອາກາດ ອາເມລິກາທີ່ຕັ້ງ ຢູ່ໃນເມືອງທາງໃຕ້ຂອງນະຄອນຫລວງ ໂຊລ ຈຶ່ງບໍ່ມີເວລາທີ່ຈະເດີນທາງໄປຍັງເຂດປອດ ທະຫານ ແລະຢືນຢັນວ່າທີ່ທຣັມ ບໍ່ເດີນທາງໄປຍັງເຂດປອດທະຫານ ບໍ່ແມ່ນເພາະກັງວົນ ເລື່ອງຂອງການຮັກສາຄວາມປອດໄພ ແຕ່ເປັນເລື່ອງຂອງເວລາແມ່ນຈະໄດ້ຊື່ວ່າເຂດປອດທະຫານ ແຕ່ເຂດປອດທະຫານຄວາມຍາວ 4 ກິໂລແມັດ ທີ່ແບ່ງແຍກຝັ່ງເກົາຫລີເໜືອ ແລະເກົາຫລີໃຕ້ ອອກຈາກກັນຕັ້ງແຕ່ປີ 1953 ຄືຊາຍແດນທີ່ມີການວາງກຳລັງທະຫານຫນາແຫນ້ນທີ່ສຸດແຫ່ງໜຶ່ງຂອງໂລກ ແລະຍັງມີການຈັດຕັ້ງຫໍຄອຍເຝົ້າລະວັງ ແລະວາງກັບລະເບີດຕະຫລອດຊາຍແດນ ເພື່ອປ້ອງັນການລ່ວງລ້ຳຊາຍແດນລະຫ່ວາງກັນເດືອນ ພະຈິກນີ້ ທ່ານ ທຣັມມີກຳນົດຈະເດີນທາງຢ້ຽມຢາມ 5 ປະເທດໃນອາຊີ ເປັນເວລາ 15 ວັນ ໂດຍຈະເລີ່ມຈາກການຢ້ຽມຢາມ ຍີປຸ່ນ ໃນວັນທີ 5 /11/2017 ກ່ອນຈະເດີນທາງໄປຢ້ຽມຢາມເກົາຫລີໃຕ້, ຈີນ, ຫວຽດນາມ ແລະຟີລິບປິນ ຕາມລຳດັບ ຊຶ່ງຄາດວ່າປະເດັນຫລັກທີ່ ທຣັມ ຈະຫາລືກັບຜູ້ນຳທັງ 5 ປະເທດຄືການຂໍຄວາມຮ່ວມມືກົດດັນໃຫ້ລັດຖະບານເກົາຫລີເໜືອຢຸດຕິໂຄງການພັດທະນາຂີປະນາວຸດ ແລະອາວຸດນິວເຄຣຍ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...