Wednesday, 18 October 2017

ໂສມແດງກ່າວ ຫາກສະຫະລັດຮຸກຮານບໍ່ເລີກເກົາຫຼີເໜືອພ້ອມເຮັດສົງຄາມທຸກເວລາ


ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017ທີ່ຜ່ານມາ ວ່າ: ທ່ານ ຄິມ ອິນ ຣີຢອງ ຮອງທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ກ່າວຕໍ່ກຳມາທິການປົດອາວຸດຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອວັນຈັນທີ່ຜ່ານມາວ່າ: ບໍ່ມີປະເທດໃດໃນໂລກນອກເໜືອຈາກເກົາຫຼີເໜືອ ທີ່ຕົກຢູ່ພາຍໃຕ້ໄພຮຸກຮານໂດຍກົງ ແລະ ຮ້າຍແຮງຈາກນິວເຄຣຍຂອງສະຫະລັດອາເມລິກາ ແລະ ເກົາຫຼີເໜືອມີສິດທີ່ຈະປ້ອງກັນໂຕເອງ.
ທ່ານ ຄິມ ກ່າວຕື່ມອີກວ່າ ປີນີ້ເກົາຫຼີເໜືອໄດ້ກາຍເປັນປະເທດມະຫາອຳນາດນິວເຄຣຍໂດຍສົມບູນແບບແລ້ວ ແລະ ມີຄວາມສາມາດທາງດ້ານນິວເຄຣຍໃນຫຼາຍລະບັບລວມເຖິງ ລະເບີດປະລາມະນູນລະເບີດໄຮໂດຣເຈນ ແລະ ຂີປະນາວຸດຂ້າມທະວີບພ້ອມທັງເຕືອນວ່າ ແຜ່ນດິນໃຫຍ່ສະຫະລັດທັງໝົດຕົກຢູ່ໃນຈຸດພິກັດຍິງຂອງພວກເຮົາ ແລະ ຫາກສະຫະລັດອາເມລິກາມາຮຸກຮານ ພວກເຮົາຈະລົງໂທດຢ່າງຮຸນແຮງດ້ວຍການໂຈມຕີທຸກບ່ອນທົ່ວໂລກ.
ທາງດ້ານທ່ານ ຈອນ ເຈ ຊັນລິແວນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວຕໍ່ສື່ມ່ວນຊົນທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພາຍຫຼັງສຳເລັດການຢ້ຽມຢາມ ເພື່ອປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ເມື່ອວັນຈັນທີ່ຜ່ານມາວ່າ ສະຫະລັດ ອາເມຣິກາຫວັງທີ່ຈະຮ່ວມໂຕະເຈລະຈາໂດຍກົງກັບເກົາຫຼີເໜືອໃນບັ້ນປາຍ ໂດຍສະຫະລັດ ອາເມຣິກາເອງແມ່ນເນັ້ນແນວທາງການທູດເພື່ອແກ້ໄຂບັນຫາ ແຕ່ສະຫະ ລັດ ອາເມຣິກາ ແລະ ພັນທະມິດຄື ຍີ່ປຸ່ນ ແລະ ເກົາຫຼີໃຕ້ ພ້ອມທີ່ຈະປະຈັນໜ້າກັບສິ່ງທີ່ຊົ່ວຮ້າຍທີ່ສຸດ ຫາກການ ທູດລົ້ມເຫຼວ. 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...