Wednesday, 18 October 2017

ລັດຖະມົນຕີ ຖວທ ຕ້ອນຮັບເລຂາທິການໃຫຍ່ ສູນ ອາຊຽນ-ຍີ່ປຸ່ນ


ຂປລ. ​ໃນ​ວັນ​ທີ 18 ຕຸລາ 2017ທີ່ຜ່ານມາ ທີ່ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ ທ່ານ ມາ​ຊາຕະ​ກະ ຟູ​ຈິ​ຕະ ​ເລຂາທິການ​ໃຫຍ່​ ສູນ​ອາ​ຊຽນ-ຍີ່ປຸ່ນ
​ໃນ​ໂອກາດ​ດັ່ງກ່າວ, ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ໄດ້ສະແດງຄວາມຊົມເຊີນ, ຍິນດີຕ້ອງຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄໍາ​ຄິດ​ເຫັນ ແລະ ປຶກສາ​ຫາລືຄວາມ​ເປັນ​ໄປ​ໄດ້ ກ່ຽວ​ກັບ​ວິທີ​ການ​ທີ່​ຈະໂຄສະນາ ດຶງດູດ​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວ​ລາວ​ໃຫ້​ຫລາຍ​ຂຶ້ນ, ​ໂດຍ​ຜ່ານ​ບັນດາ​ກິດຈະ​ກໍາ​ສໍາ​ມະ​ນາ ​ແລະ ກອງ​ປະຊຸມ​ດ້ານ​ວິຊາ​ການ ຫລື ງານ​ວາງສະ​ແດງ​ຮູບ​ພາບ ​ເພື່ອ​ສົ່ງ​ເສີມ​ການ​ໂຄສະນາ ກ່ຽວ​ກັບ​ລາວ​ ໃຫ້​ເລີກ​ເຊິ່ງຂຶ້ນ​ຕື່ມ.
​ ພ້ອມ​ນີ້, ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ກໍໄດ້​ແຈ້ງ​ໃຫ້​ທ່ານ ມາ​ຊາຕະ​ກະ ຟູ​ຈິ​ຕະ ຊາບກ່ຽວ​ກັບ ສປປ ລາວ ກະກຽມ​​ເປີດປີ​ທ່ອງ​ທ່ຽວລາວ 2018 ​ເພື່ອ​ກະ​ຕຸ້ນ​ໃຫ້​ນັກ​ທ່ອງ​ທ່ຽວ​ສາກົນ ​ເຂົ້າ​ມາທ່ຽວລາ​ວ​ໃນ​ປີໜ້າ​ຫລາຍ​ຂຶ້ນ​. ລວມທັງ​ມີໜຶ່ງ​ໃນ​ກິດຈະ​ກໍາ​ທີ່​ສໍາຄັນທີ່​ຈະ​ຈັດ​ຢູ່ ຍີ່ປຸ່ນ ​ແມ່ນ​ບຸນ​ລາວ 2018 ​ເພື່ອ​ສົ່ງ​ເສີມ​ການໂຄສະນາ​ໃຫ້​ຄົນ​ຍີ່ປຸ່ນ​ ຮູ້​ລາວ​ຫລາຍ​ຂຶ້ນຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ມາ​ຊາຕະ​ກະ ຟູ​ຈິ​ຕະ ​ກໍ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ບັນດາ​ກິດຈະ​ກໍາ ທີ່​ທາງ​ສູນ​ອາ​ຊຽນ-ຍີ່ປຸ່ນ ​ໄດ້​ໃຫ້ການ​ຮ່ວມ​ມື​ແກ່ສປປ ລາວ ​ໂດຍ​ສະ​ເພາະ​ດ້ານ​ການທ່ອງທ່ຽວ ​ໄດ້​ມີ​ການຈັດ​ສໍາ​ມະ​ນາ​ສ້າງ​ຄວາມ​ເຂັ້ມ​ແຂງ ​ເພື່ອ​ຍົກ​ລະດັບ​ຂີດ​ຄວາມ​ສາມາດ ​ໃຫ້​ແກ່​ບຸກຄະລາ​ກອນ​ທັງ​ພາກ​ລັ ​ແລະ ​ເອກະ​ຊົນ ທີ່​ຮັບຜິດຊອບ​ວຽກ​ງານ​ທ່ອງທ່ຽວ ​ເຊັ່ນພາກສ່ວນ​ປະກອບ​ການ​ບໍລິການ​ດ້ານ​ການທ່ອງທ່ຽວ, ການ​ຄຸ້ມ​ຄອງ​ບູລະນະ​ດ້ານ​​ແຫລ​ງທ່ອງ​ທ່ຽວ, ພາກສ່ວນ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ການທ່ອງທ່ຽວ ​ແລະ ອື່ນໆ ​ເຊິ່ງມີ​ການ​ແລກປ່ຽນ​ບົດຮຽນ​ທັງ​ຢູ່​ພາຍ​ໃນ ​ສປປ ລາວ ​ແລະ ຍີ່ປຸ່ນ.
ຂ່າວ: ວິ​ໄລ​ສັກ ພາບ: ​ເກດສະໜາ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...