Wednesday, 18 October 2017
ຣັດເຊຍສົ່ງມອບປືນໄຣເຟິນ AK 5,000 ກະບອກ ພ້ອມລູກປືນອີກ 1 ລ້ານລູກ ແລະລົດບັນທຸກທະຫານ 20 ຄັນໃຫ້ກອງທັບຟີລິບປິນຟີ
ວັນທີ 16 ຕຸລາ 2017ທີ່ຜ່ານມາ ສຳນັກຂ່າວ Sputnik ລາຍງານວ່າ: ຣັດເຊຍສົ່ງມອບປືນໄຣເຟິລ ຄາຣາຊນິຄອບ ໃຫ້ຟີລິບປິນ. ຫລັງຈາກທີ່ປະທານາທິບໍດີ ໂຣດິໂກ ດູແຕເຕແຫ່ງຟີລິບປິນ ສະແດງຄວາມສົນໃຈທີ່ຈະຈັດຊື້ປືນຈາກຣັດເຊຍ ລະຫວ່າງພົບປະກັບປະທານາທິບໍດີ ປູຕິນແຫ່ງຣັດເຊຍເມື່ອຕົ້ນປີນີ້ ການສົ່ງມອບປືນໄຣເຟິລ Kalashnikov (AK) ກໍ່ໄດ້ເລີ່ມຂື້ນແລ້ວ ການເຄື່ອນໄຫວຄັ້ງນີ້ເກີດຂື້ນຫລັງຈາກທີ່ ອາເມລິກາ ປະຕິເສດທີ່ຈະຂາຍປືນ ໄຣເຟິລ M4 ຈຳນວນ 26,000 ກະບອກ ໃຫ້ກອງທັບຟີລິບປິນ ເພື່ອໃຊ້ໃນພາລະກິດປາບປາມພວກຄ້າຢາເສບຕິດ ແລະອື່ນໆ
ໃນຕອນເຊົ້າຂອງວັນຈັນທີ 16 ຕຸລາ 2017 ທ່ານ Carlos Sorreta ເອກອັກຄະຣາຊທູດ ຟີລິບປິນປະຈຳຣັດເຊຍ ກ່າວກັບສຳນັກຂ່າວ Sputnik ວ່າ ຣັດເຊຍໄດ້ສົ່ງມອບປືນໄຣເຟິລ Kalashnikov (AK) ຈຳນວນ 5,000 ກະບອກ ລູກປືນອີກ 1 ລ້ານລູກ ແລະລົດບັນທຸກທະຫານ 20 ຄັນ ໃຫ້ແກ່ຟີລິບປິນໂດຍບໍ່ຄິດຄ່າໃຊ້ຈ່າຍໃດໆ ແລະຈະເດີນທາງຮອດຟີລິບໃນວັນທີ 22 ຕຸລານີ້.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...



No comments:
Post a Comment