ພິທີມອບ-ໂອນວຽກງານສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 13 ຕຸລາ 2017 ທີ່ສູນດັ່ງກ່າວ (ບ້ານສົມສະຫງ່າ) ໂດຍຕາງໜ້າມອບຂອງທ່ານນາງ ບົວວອນ ສຸກລາແສງ ຮອງຫົວໜ້າຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ແລະ ຕາງໜ້າຮັບຂອງທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ແລະ ທ່ານ ຖະໜອມ ທຳທອງ ເຈົ້າເມືອງໄຊເຊດຖາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມອບຄັ້ງນີ້ ເປັນການປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນບາງວຽກງານຂອງລັດຖະບານ ແຈ້ງການຂອງລັດຖະມົນຕີກະຊວງພາຍໃນ ກ່ຽວກັບການປັບປຸງສັບຊ້ອນບາງວຽກງານ ຕາມຂະແໜງການຢູ່ຂັ້ນທ້ອງຖິ່ນ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການມອບໂອນວຽກຂອງສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ ຈຳນວນ 20 ທ່ານ ໄປຂຶ້ນກັບກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແນໃສ່ເຮັດໃຫ້ການຄຸ້ມຄອງສູນດັ່ງກ່າວມີຄວາມສະດວກສະບາຍ ຮັບປະກັນໄດ້ຄວາມສະຫງົບປອດໄພ ພ້ອມທັງຮັບໃຊ້ປິ່ນປົວ ແລະ ເຝິກວິຊາຊີບໃຫ້ແກ່ຜູ້ຕິດຢາເສບຕິດໃຫ້ມີປະສິດທິຜົນຂຶ້ນເປັນກ້າວໆ ເຊິ່ງສູນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1996 ຢູ່ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ມີພາລະບົດບາດຮັບເອົາຜູ້ເຄາະຮ້າຍຈາກສິ່ງເສບຕິດປະເພດຢາບ້າ ເຫຼົ້າ ຝິ່ນ ເຂົ້າປິ່ນປົວ ບຳບັດ ຟື້ນຟູ ສຸຂະພາບ ທາງດ້ານຮ່າງກາຍ-ຈິດໃຈ ແລະ ເຝິກວິຊາຊີບພ້ອມພັດທະນາດ້ານອາຊີບ ດ້ວຍການສ້າງເພີ່ມພູນຜະລິດຜົນການປູກຝັງ-ລ້ຽງສັດ ແລະ ອື່ນໆ ນັບແຕ່ປີ 1999 ເຖິງປັດຈຸບັນ ມີຜູ້ຖືກເຄາະຮ້າຍຈາກຢາເສບຕິດ ສິ່ງເສບຕິດຕ່າງໆ ເຂົ້າມາບຳບັດ ປິ່ນປົວ ຟື້ນຟູສຸຂະພາບລວມທັງໝົດ 37.099 ຄົນ ຍິງ 1.494 ຄົນ ໃນນີ້ ມາຈາກຕ່າງແຂວງ 6.881 ຄົນ ຍິງ 781 ຄົນ.

No comments:
Post a Comment