Sunday, 15 October 2017

ເປີດຂະບວນການຮັກຊາດ-ພັດທະນາ ຕິດພັນກັບ ຮັກ ນວ ແລະ ປີທ່ອງທ່ຽວລາວ


ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ” ຕິດ​ພັນ​ກັບ​ການ​ຮັກນະຄອນຫຼວງວຽງ​ຈັນ ແລະ ເປີດ​ປີ​ທ່ອງ​ທ່ຽວລາວ ປີ 2018 ຈັດ​ຂຶ້ນ​ວັນ​ທີ 12 ຕຸລາ 2017 ຢູ່​ທີ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ ໂດຍ​ເປັນ​ກຽດເຂົ້າ​ຮ່ວມ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ ພ້ອມ​ດ້ວຍ​ຄະນະ​ການ​ນຳນະຄອນຫຼວງ ເຈົ້າເມືອງ ຫົວໜ້າພະ​ແນກ ແລະ ເລຂາ​ໜ່ວຍ​ພັກຮາກ​ຖານ​ບ້ານ​ເຂົ້າ​ຮ່ວມ.
ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວໜ້າ​ພະ​ແນກ​ພາຍ​ໃນ ນວ ໄດ້ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ຂະ​ບວນ​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ” ໃນ​ໄລຍະ​ທີ່​ຜ່ານ​ມາ ແລະ ທິດທາງ​ແຜນການ​ຕໍ່ໜ້າ ເຊິ່ງ​ທ່ານໄດ້​ກ່າວ​ບາງ​ຕອນ​ວ່າ: ພາຍຫຼັງທີ່​ກົມ​ການເມືອງ​ສູນ​ກາງ​ພັກ​ໄດ້​ມີ​ມະຕິ 03 ວ່າ​ດ້ວຍ​ວຽກ​ງານ 3 ສ້າງ ໃນ​ຕົ້ນ​ປີ 2011 ນະຄອນຫຼວງ ​ກໍ່​ໄດ້​ຈັດ​ກອງ​ປະຊຸມ​ປຸກ​ລະດົມ​ຂະ​ບວນ​ການ​ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຊຸກຍູ້ວຽກ​ງານ 3 ສ້າງ​ເຂົ້າ​ສູ່​ລວງເລິກ​ຂຶ້ນ​ຕື່ມ​ອີກ ເພື່ອ​ສ້າງ​ຜົນງານຕ້ອນຮັບ 2 ວັນ​ປະຫວັດສາດ ໂດຍ​ສະເພາະແມ່ນ​ການ​ສືບຕໍ່ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ ສ້າງບ້ານ​ພັດທະນາ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ​ຊຸກຍູ້​ວຽກ​ງານ 3 ສ້າງ​ເຂົ້າ​ສູ່​ລວງ​ເລິກ​ໃຫ້​ແຂງແຮງ​ກວ່າ​ເກົ່າ ເພື່ອ​ປະຕິບັດ​ໃຫ້ເປັນ​ຈິງ​ບັນດາ​ຄາດໝາຍ​ສູ້​ຊົນ​ທີ່ວາງ​ໄວ້ ເຊິ່ງ​ກອງ​ປະຊຸມ​ດັ່ງກ່າວ ໄດ້​ມີ​ຕົວ​ແທນ​ຈາກ​ທຸກ​ຂະແໜງການ ເມືອງ ບ້ານ ນັກທຸລະກິດ ແລະ ຜູ້​ປະກອບ​ການ​ດີເດັ່ນ​ທົ່ວນະຄອນຫຼວງ​ວຽງ​ຈັນເຂົ້າ​ຮ່ວມ ແລະ ໄດ້​ຈັບ​ມື​ແຂ່ງຂັນ​ກັນ​ຮັບເອົາ​ຂໍ້​ແຂ່ງຂັນ ​ເພື່ອ​ໄປ​ຈັດ​ຕັ້ງ​ຜັນຂະຫຍາຍຕົວ​ຈິງ.
ການ​ຈັດ​ກອງ​ປະຊຸມ​ຂຶ້ນ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ການ​ສືບຕໍ່​ເສີມ​ຂະຫຍາຍ ​ບັນດາ​ຜົນສຳເລັດ​ວຽກ​ງານ​ທີ່​ບັນລຸໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ພ້ອມ​ກັນສ້າງ​ຜົນສຳເລັດ​ຂອງ​ຕົນ​ໃຫ້​ຫຼາຍກວ່າ​ເກົ່າ​ໃນ​ຊຸມ​ປີ​ຕໍ່ໜ້າ ເພີ່ມ​ທະວີ​ຄວາມ​ພະຍາຍາມ​ສືບຕໍ່​ບຸກ​ບືນ ສູ້​ຊົນ​ຕັ້ງໜ້າ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກນະຄອນຫຼວງວຽງ​ຈັນ​ວາງ​ອອກ​ໃຫ້​ເປັນ​ຈິງ ເປັນຕົ້ນ 6 ວິໄສ​ທັດ 6 ຍຸດ​ທະສາດ 18 ຄາດໝາຍ 16 ໂຄງການ​ບຸກ​ທະລຸ​ໃນ​ການ​ພັດທະນານະຄອນຫຼວງ​ວຽງ​ຈັນ ດ້ວຍ​ຈິດໃຈ​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະ​ນາ” ເພື່ອ​ສ້າງ​ພື້ນຖານ​ອັນໜັກ​ແໜ້ນ​ໃນ​ການ​ຕ້ອນຮັບ​ປີທ່ອງ​ທ່ຽວ​ລາວ ປີ 2018.
ສຳລັບ​ທິດ​ທາງ​ແຜນການ ເພື່ອ​ຊຸກຍູ້​ຂະ​ບວນ​ການ​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ” ຕິດພັນ​ກັບ​ຮັກນະຄອນຫຼວງ​ວຽງ​ຈັນ ແຕ່​ນີ້​ຫາ​ປີ 2020 ຄະນະ​ພັກທຸກ​ຂັ້ນ ແລະ ທຸກ​ຂະແໜງການ ຕ້ອງ​ພ້ອມ​ກັນ​ສືບຕໍ່​ສ້າງ​ບາດກ້າວ​ບຸກ​ທະລຸ​ທັງ 4 ດ້ານ​ໃຫ້​ແຂງແຮງ​ກວ່າ​ເກົ່າ ສ້າງ​ແຂວງ​ເປັນຫົວໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ພ້ອມ​ກັນ​ນີ້ ສືບຕໍ່​ຍູ້​ແຮງ ແລະ ສຸມ​ໃສ່​ການ​ພັດທະ​ນາ​ເມືອງ ແລະ ບ້ານ​ທີ່​ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ (9 ເມືອງ 31 ບ້ານ) ໃຫ້​ເປັນ​ເມືອງ ແລະ ບ້ານ​ຕົວ​ແບບ​ໃນ​ການ​ເຮັດທົດ​ລອງ​ວຽກ​ງານ 3 ສ້າງ ບັນດາ​ຂະແໜງການ​ຂອງ​ນະຄອນຫຼວງ​ວຽງ​ຈັນ ຕ້ອງ​ສຸມ​ໃສ່​ເຮັດບົດບາດ​ຄຸ້ມ​ຄອງ​ມະຫາ​ພາກ ແລະ ເຂົ້າ​ຮ່ວມ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ 3 ສ້າງ​ຢ່າງແຂງແຮງ ແລະ ຕໍ່​ເນື່ອງ ປັບປຸງລະບອບ​ກົນ​ໄກ​ພະນັກງານນະຄອນ​ຫຼວງ​ລົງ​ຊ່ວຍ​ເມືອງ ແລະ ຫັນ​ພະນັກງານ​ລົງ​ຊ່ວຍ​ບ້ານ ເພື່ອ​ເຮັດ​ໃຫ້​ຂັ້ນ​ເມືອງ ແລະ ບ້ານ ມີ​ພະນັກງານ​ບໍລິຫານ ແລະ ຮັບໃຊ້​ປະຊາຊົນ​ຢ່າງ​ພຽງພໍ ໂດຍສະເພາະແມ່ນ​ພະນັກງານ​ວິຊາການ​ທີ່​ພາ​ປູກ-ພາ​ລ້ຽງ ພ້ອມ​ກັນນີ້ ກໍ່​ໃຫ້​ເອົາ​ໃຈ່​ໃສ່​ສ້າງ​ພະນັກງານ​ກັບ​ທີ່​ໃຫ້​ໄດ້​ທັງ​ຈຳນວນ ແລະ ຄຸນະພາບ ໂດຍ​ສະເພາະ ຜູ້​ທີ່​ຈະ​ເປັນ​ເລຂາ​ພັກ​ບ້ານ-ນາຍບ້ານ​ຕາມ​ທິດ​ຫັນ​ເປັນ​ໜຸ່ມ ເພື່ອເຮັດ​ແນວໃດ​ໃນ​ຊຸມ​ປີ​ຕໍ່ໜ້າ​ຜູ້​ທີ່ເປັນ​ເລຂາ​ພັກ​ບ້ານ-ນາຍບ້ານ ໃຫ້​ມີ​ມາດຕະຖານ​ເງື່ອນໄຂ​ສ້າງເປັນ​ຄະນະ​ພັກ​ເມືອງ​ໄດ້​ເພີ່ມ​ຂຶ້ນ.
ພາຍຫຼັງ​ທີ່​ຄະນະ​ຈັດ​ຕັ້ງ​ພິທີ​ໄດ້ປະກາດ​ຂໍ້​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ” ຕິດ​ພັນ​ກັບການ​ຮັກນະຄອນຫຼວງ​ວຽງ​ຈັນ ແລະ ເປີດ​ປີ​ທ່ອງ​ທ່ຽວ​ລາວ ປີ 2018 ຄະນະ​ປະຈຳ​ພັກ ນວ ຜູ້​ຊີ້ນຳ​ແຕ່​ລະ​ເມືອງ ເຈົ້າເມືອງ 9 ເມືອງ ຫົວໜ້າ​ພະແນກການຫ້ອງການ​ທຽບ​ເທົ່າ​ອ້ອມ​ຂ້າງ ນວ ພ້ອມ​ດ້ວຍ​ພະນັກງານ-ລັດຖະ​ກອນ (ພະ​ແນກ​ພາຍ​ໃນ ນວ ຄະນະ​ຈັດ​ຕັ້ງ ນວ ຫ້ອງການພາຍ​ໃນ​ເມືອງ 9 ເມືອງ ແລະ ຄະນະ​ຈັດ​ຕັ້ງ​ເມືອງ 9 ເມືອງ ​ກໍ່​ໄດ້​ຂຶ້ນຈັບ​ມື​ແຂ່ງຂັນ​ກັນ​ຮັບ​ເອົາ​ຂໍ້​ແຂ່ງຂັນ ​ເພື່ອ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍຕົວ​ຈິງ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...