ຂປລ. ຜູ້ບໍລິຫານ 3 ຂາຫຸ້ນໃຫຍ່ ຂອງບໍລິສັດ ອຸດສາຫະກໍາຊີມັງລາວຈໍາກັດ ເພີ່ງພໍໃຈເປັນພິເສດ ພາຍຫລັງໄດ້ຮັບສິດ ເຂົ້າຮ່ວມສະໜອງ ຜະລິດຕະພັນຊີມັງ ໃຫ້ໂຄງການເສັ້ນທາງລົດໄຟ ລາວ-ຈີນ ຂະນະທີ່ ໂຮງງານຜະລິດຊີມັງກາຫົວສິງ ແຂວງຄໍາມ່ວນ ສາມາດຜະລິດໄດ້ 1 ລ້ານໂຕນຕໍ່ປີ.
ບໍລິສັດອຸດສາຫະກຳ ຊີມັງລາວ ຈຳກັດ(LCI) ເປັນບໍລິສັດທຳອິດ ທີ່ມາລົງທຶນສ້າງຕັ້ງໂຮງງານ ແລະ ຜະລິດຊີມັງໃນ ແຂວງຄຳມ່ວນ ເຊິ່ງມີໂຮງງານຕັ້ງຢູ່ ບ້ານນາຄຳ ເມືອງມະຫາໄຊ ແຂວງຄຳມ່ວນ ປະກອບດ້ວຍ 3 ຫຸ້ນຄື: ກຸ່ມບໍລິສັດ ພາວເວີຊີໂນໄຮໂດຣໄຊນາ ຖືຫຸ້ນ 77%, ນອກນັ້ນຫຸ້ນນ້ອຍຂອງຝ່າຍຈີນ 17% ແລະ ຫຸ້ນຝ່າຍລາວ 6%ເປັນໂຮງງານຜະລິດ, ຈຳໜ່າຍຊີມັງ ແລະ ຫົວເຊື້ອຊີມັງ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ ດ້ວຍຄຸນນະພາບທີ່ດີ. ທ່ານ ຊິງຮ່າວ ຜິງ ຜູ້ອຳນວຍການໂຮງງານຊີມັງ ໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ໂຮງງານຂອງຕົນແມ່ນໄດ້ຮັບ ການສ້າງຕັ້ງຂຶ້ນໃນວັນທີ 19 ສິງຫາ 2004 ແລະ ສຳເລັດການກໍ່ສ້າງ ພ້ອມທັງຜະລິດ ຈຳໜ່າຍ ໃນເດືອນຕຸລາ 2007 , ລວມມູນຄ່າການລົງທຶນ ທັງໝົດ 68 ລ້ານໂດລາສະຫະລັດ, ມີເນື້ອທີ່ສຳປະທານ 2.057 ເຮັກຕາ, ໃນໄລຍະການສຳປະທານ 33 ປີ ປັດຈຸບັນບໍລິສັດ ແມ່ນໄດ້ດຳເນີນ ການຜະລິດມາໄດ້ 10 ປີ ເຊິ່ງຊີມັງ “ກາສິງ” ເປັນຜະລິດຕະພັນ ທີ່ມີຄຸນນະພາບດີສຸດ, ປະກອບມີ 3 ຮູບແບບຄື: ຊີມັງປະສົມ P•C32.5, ຊີມັງທຳມະດາ P•O42.5 ແລະ ຊີມັງປອດແລນP•O52.5 ໃນແຕ່ລະຮູບແບບ ແມ່ນມີມາດຕະຖານ ທີ່ແຕກຕ່າງກັນ.
ໃນການຮອງຮັບ ຄຸນນະພາບຜະລິດຊີມັງ ບໍລິສັດໄດ້ສ້າງຕັ້ງລະບົບ ຄວບຄຸມຄຸນນະພາບ ດ້ວຍມາດຕະຖານ ISO 9001 ເຊິ່ງວັດວັດຖຸດິບ, ເຊື້ອໄຟ, ເຄື່ອງເຄິ່ງສຳເລັດຮູບ ແລະ ເຄື່ອງສຳເລັດຮູບ ທີ່ຈະປ້ອນໂຮງງານ ແມ່ນຜ່ານການກວດກາ ດ້ານຄຸນນະພາບຢ່າງເຂັ້ມງວດ ພ້ອມນັ້ນ ຍັງໄດ້ນຳເອົາຜະລິດຕະພັນຊີມັງໄປວິໄຈ ເພື່ອປຽບທຽບ ແລະ ໃຫ້ການຢືນຢັນຄຸນນະພາບ ຢູ່ອົງການວິໄຈຂອງ ລັດຖະບານລາວ.
ໃນໄລຍະຜ່ານມາ, ບໍລິສັດໄດ້ສະໜອງ ໃຫ້ໂຄງການກໍ່ສ້າງເຂື່ອນໄຟຟ້າ 20 ກວ່າແຫ່ງ ແລະ ບັນດາໂຄງການກໍ່ສ້າງອື່ນໆໃນ ສປປ ລາວ ນອກນັ້ນ ຍັງມີການຜະລິດ ເພື່ອຈຳໜ່າຍອອກ ຕ່າງປະເທດ ຈຳນວນໜຶ່ງ ເປັນຕົ້ນແມ່ນປະເທດໄທ ແລະ ກຳປູເຈຍ. ພິເສດທາງໂຮງງານ ແມ່ນກຳລັງເລັ່ງການຜະລິດ ເພື່ອຕອບສະໜອງໃຫ້ແກ່ ການສ້າງທາງລົດໄຟ ລາວ-ຈີນ ປະຈຸບັນພາຍໃນໂຮງງານແມ່ນມີ ພະນັກງານທັງໝົດ 282 ຄົນ ໃນນັ້ນມີແຮງງານລາວ ກວມເຖິງ 80% ເຊິ່ງໃນ 1 ປີ ສາມາດຜະລິດຊີມັງໄດ້ 1ລ້ານໂຕນ ແລະ ຜະລິດຫົວເຊື້ອໄດ້ 850.000 ໂຕນ. ປັດຈຸບັນທາງໂຮງງານ ແມ່ນໄດ້ມອບ ພັນທະໃຫ້ແກ່ ລັດຖະບານລວມ 40 ລ້ານໂດລາສະຫະລັດ. ແນວໃດກໍດີ ບໍລິສັດຂອງຕົນຍັງປະສົບ ປັນຫາກ່ຽວກັບການ ຈຳໜ່າຍຜະລິດຕະພັນ ເນື່ອງຈາກວ່າລວມຍອດ ການຈຳໜ່າຍແມ່ນ ໄດ້ຫລຸດລົງຈາກ 8 ແສນໂຕນເຫລືອພຽງ 5 ແສນກວ່າໂຕນຕໍ່ປີ ຍ້ອນມີໂຮງງານເກີດຂຶ້ນຫລາຍແຫ່ງພາຍໃນ ເຊິ່ງເຮັດໃຫ້ຕະຫລາດ ມີການຍາດແຍ່ງແຂ່ງຂັນກັນຫລາຍຂຶ້ນ.
ທ່ານ ຊິງຮ່າວຜິງ ກ່າວອີກວ່າ: ຄຸນນະພາບຂອງຊີມັງ “ກາສິງ” ຈະບໍ່ຢຸດຢູ່ພຽງເທົ່ານີ້ ແຜນການໃນຕໍ່ໜ້າ ຍັງຈະສືບຕໍ່ປັບປຸງທາງ ດ້ານຄຸນນະພາບ ໃຫ້ສູງຂຶ້ນກວ່າເກົ່າ ພ້ອມທັງປັບປຸງຍົກລະດັບ ຂອງພະນັກງານ ໃຫ້ເຂັ້ມແຂງ ເພື່ອກ້າວໄປຫາການນຳໃຊ້ ແຮງງານລາວ 100%.
ຂ່າວ: ກອງຄຳ


No comments:
Post a Comment