Wednesday, 25 October 2017

ບັນຫາ ບໍລິສັດ ລາວອິນໂດໄຊນາກຣຸບ ກຳລັງຈະກ້າວເຂົ້າສູ່ຂະບວນການຍຸດຕິທຳ




ບໍລິສັດລາວອິນໂດໄຊນາກຣຸບ ງຽບຫາຍໄປດົນ 3 ປີແລ້ວຄ່ອຍໄດ້ຮັບຂ່າວໃໝ່ການແກ້ໄຂຄະດີຍັງບໍ່ຄືບໜ້າ, ລັດຖະບານຍອມຮັບເປັນຄະດີໃຫຍ່ ແລະຊັບຊ້ອນຕ້ອງສັງລວມຂໍ້ມູນຫຼັກຖານພ້ອມກ່ອນສົ່ງເຂົ້າຂະບວນຍຸຕິທຳ.
ລາວອິນໂດໄຊນາກຣຸບ ຖືເປັນບໍລິສັດທີ່ມີເປົ້າໝາຍຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍການເຮັດສັນຍາກັບຊາວສວນໃຫ້ປູກມັນຕົ້ນມາປ້ອນໂຮງງານຜະລິດແປ້ງ ເພື່ອສົ່ງອອກ ຊຶ່ງເວົ້າໄດ້ວ່າເປັນບໍລິສັດທີ່ເປີດໂຕມາໄດ້ສຽງຕອບຮັບດີພໍສົມຄວນຈາກສັງຄົມ ລວມທັງຕະຫຼາດຮັບຊື້ ແຕ່ຜ່ານການດຳເນີນທຸລະກິດຜະລິດແປ້ງມັນຕົ້ນມາໄລຍະໜຶ່ງບໍລິສັດດັ່ງກ່າວຂາດສະພາບຄ່ອງທາງດ້ານການເງິນມີໜີ້ສິນຫຼວງຫຼາຍທັງນຳທະນາຄານ, ບໍລິສັດແລະປະຊາຊົນ ຈິ່ງຈຳເປັນຢຸດຕິກິດຈະການໄປຢ່າງໜ້າເສຍດາຍ.
ຕາມການເປີດເຜີຍຂອງ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃນຕົ້ນອາທິດນີ້ໃຫ້ຮູ້ວ່າ: ບໍລິສັດລາວອິນໂດໄຊນາກຣຸບແມ່ນມີໜີ້ສິນລວມທັງຕົ້ນທຶນ ແລະດອກເບ້ຍຄ້າງຊຳລະກັບທະນາຄານ, ບໍລິສັດ ແລະປະຊາຊົນຈຳນວນ 320,97 ຕື້ກີບ, 25,42 ລ້ານບາດ ແລະ 31,80 ລ້ານໂດລາ ໃນນີ້ເປັນໜີ້ທະນາຄານ 265,79 ຕື້ກີບ.
ໃນເດືອນ 7/2014 ລັດຖະບານໄດ້ແຕ່ງຕັ້ງຄະນະກວດກາ ແລະແກ້ໄຂບັນຫາຂອງບໍລິສັດດັ່ງກ່າວ ໂດຍມອບໃຫ້ ທະນາຄານແຫ່ງ ສປປ ລາວເປັນຫົວໜ້າຄະນະ. ຜ່ານການກວດກາບໍລິສັດແມ່ນໄດ້ຮັບຮູ້ບັນຫາຂອງຕົນ ແລະພະຍາຍາມແກ້ໄຂ ແຕ່ບໍສມາດປະຕິບັດໄດ້ ຍ້ອນຕິດໜີ້ຫຼາຍພາກສ່ວນ ສະນັ້ນບໍລິສັດອິນໂດໄຊນາກຣຸບຈິ່ງຖືກຟ້ອງຕໍ່ສານ.
ຈົນເຖິງປະຈຸບັນການແກ້ໄຂບັນຫາຍັງບໍ່ມີຄວາມຄືບໜ້າ, ທ່ານຮອງຜູ້ວ່າການ ທຫລ ຍອມຮັບວ່ານີ້ເປັນຄະດີໃຫຍ່ ຕ້ອງການສັງລວມຂໍ້ມູນຫຼັກຖານຈາກບັນດາເຈົ້າໜີ້ຕື່ມອີກ ໂດຍ ທຫລ ຈະສືບຕໍ່ປະສານສົມທົບກັບສານ ແລະພາກສ່ວນກ່ຽວຂ້ອງ ເພື່ອໃຫ້ສາມາດນຳເອົາຄະດີຂອງບໍລິສັດລາວ ອິນໂດໄຊນາເຂົ້າສູ່ຂະບວນການຍຸຕິທຳຕັດສິນຄະດີ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...