ຂປລ.ໃນວັນທີ 24 ຕຸລາ 2014 ນີ້, ແຂວງສະຫວັນນະເຂດ ຈັດພິທີຖະແຫລງຂ່າວ ເປີດໂຕເວບໄຊພຣະທາດນາງລາວ (www.pratadnanglao.com) ເພື່ອລະດົມທຶນກະກຽມ ບູລະນະປະຕິສັງ ຂອນພະທາດດັ່ງ ທີ່ເປັນມໍລະດົກວັດທະນະທຳ ທີ່ເກົ່າຂອງຊາວ ເມືອງວິລະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາພະແນກການ ກົມກອງກ່ຽວຂ້ອງຂອງແຂວງ ແລະ ບັນດາສື່ມ່ວນຊົນທ້ອງຖິ່ນເຂົ້າຮ່ວມ.
ທ່ານ ຄຳພູນ ຕຸໄພທູນ ໄດ້ນຳສະເໜີຄວາມເປັນມາຂອງ “ເມືອງວັງ-ອ່າງຄຳ” ເຊິ່ງເປັນຖິ່ນຖານຕໍານານ ກົກເຄົ້າເຜົ່າຜູ່ໄທ ທີ່ຂຶ້ນຊື່ລືນາມສືບສານ ກັນມາຫລາຍຍຸກຫລາຍສະໄໝ ຂອງພະທາດນາງລາວ ຕັ້ງຢູ່ເຂດບ້ານນາທາດ ແລະ ບ້ານນາເຕີ້ ຈຸດສຸມເມືອງວັງ ຫ່າງຈາກເທສະບານ ແຂວງສະຫວັນນະເຂດ ໄປທາງທິດຕາເວັນ ອອກປະມານ 180 ກວ່າກິໂລແມັດ ເຊິ່ງວັນທີ7 ສິງຫາ 2017 ຜ່ານມາພະທາດນາງລາວ ໄດ້ຖືກຮັບຮອງເປັນມໍລະດົກ ວັດທະນະທຳລະດັບທ້ອງຖິ່ນ ຕາມຂໍ້ຕົກລົງເລກທີ 1261/ຈຂ.ສຂ ແລະ ກຳລັງສະເໜີ ເປັນມໍລະດົກແຫ່ງຊາດຕາມລຳດັບ.
ການບູລະນະປະຕິສັງຂອນ ພະທາດແຫ່ງນີ້ປະກອບມີ ການສ້ອມແຊມຈຸດຊຳລຸດຊຸດໂຊມ ສ່ວນຈຸດໃດທີ່ຍັງແໜ້ນໜາ ຈະຮັກສາໄວ້ ເພື່ອເຫັນເປັນຫລັກຖານ ທາງສະຖາປັດຕາມ ແບບສະບັບດັ້ງເດີມ ນອກນີ້ ຍັງຈະໄດ້ມີການປັບປຸງ ບໍລິເວນອ້ອມຮອບອົງພະທາດ ຄາດວ່າລວມມູນຄ່າ ໄລຍະຕົ້ນປະມານ 3 ຕື້ກວ່າກີບ, ໃນຕໍ່ໜ້າ ຍັງຈະໄດ້ປັບປຸງເສັ້ນທາງເຊື່ອມຕໍ່ ດ້ວຍການປູຢາງ ຈາກເສັ້ນທາງເລກທີ 10 ຜ່ານຈຸດສຸມເມືອງວັງ ເຖິງພະທາດມີໄລຍະທາງປະມານ 17 ກິໂລແມັດ ເພື່ອເຮັດໃຫ້ສາມາດເຂົ້າເຖິງ ແຫລ່ງທ່ອງທ່ຽວໃນເຂດນີ້ ໄດ້ຢ່າງສະດວກສະບາຍ.
ສຳລັບການເປີດໂຕເວບໄຊ ໃນມື້ທຳອິດນີ້ ມີຜູ້ສົນໃຈປະກອບສ່ວນແລ້ວ ເປັນເງິນໂດລາ 500 ໂດລາ, 5 ລ້ານກີບ ແລະ ເງິນບາດອີກຈຳນວນ 10.000 ບາດ.

No comments:
Post a Comment