Monday, 23 October 2017

ມີ 40 ປະເທດ ໄດ້ເຂົ້າເປັນສະມາຊິກໂຄງການແຊມາອືນດົງ

ຄະນະ​ຜູ້​ແທນ​ລາວ​ນຳ​ໂດຍ ທ່ານ ຄຳ​ບຸນ​ນັດ ໄຊ​ຍະ​ນົນ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ສຳເລັດ​ເຂົ້າຮ່ວມ​ກອງ​ປະຊຸມ GLOBAL SAEMAUL LEADERSHIP FORUM (GSLF)/SAEMAUL UADONG GLOBAL LEAGUE (SGL) 2017 ຈັດ​ຂຶ້ນ ວັນ​ທີ 17-19 ຕຸລາ 2017 ທີ່​ບູຊານ ສ ເກົາຫຼີ ໂດຍ​ເປັນ​ປະທານ​ຂອງ​ທ່ານ ໂຊ​ຈິນ​ກວາງ ປະທານ​ໂຄງການແຊ​ມາ​ອືນ​ດົງ (SAEMAUL UADONG) ມີ​ບັນດາ​ຮອງ​ລັດຖະມົນຕີກະຊວງ​ກ່ຽວຂ້ອງ ແລະ ຕົວ​ແທນໂຄງການແຊ​ມາ​ອືນ​ດົງ ປະເທດສະມາຊິກ​ທົ່ວ​ໂລກ​ເຂົ້າ​ຮ່ວມ.
ກອງ​ປະຊຸມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມໄດ້​ຮັບ​ຟັງ​ລາຍ​ງານ​ການ​ເຄື່ອນໄຫວ​ຂອງ​ໂຄງການແຊ​ມາ​ອືນດົງ ນັບ​ແຕ່​ສ້າງຕັ້ງ​ໃນ​ຊຸມ​ປີ 1970 ຢູ່​ປະເທດ ສ ເກົາຫຼີ ແລະ ການເຄື່ອນໄຫວ​ຂອງ​ໂຄງການ ປະຈຳ​ປີ 2017 ພ້ອມ​ທັງ​ແຜນວຽກ ປີ 2018 ນອກ​ນີ້ ຜູ້​ແທນກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ​ຮັບເອົາ​ປະເທດ​ສະມາຊິກ​ໃໝ່​ທີ່​ເຂົ້າຮ່ວມ​ໂຄງການ ຈຳນວນ 8 ປະເທດ ເຊິ່ງ​ມາ​ຮອດ​ປັດຈຸບັນ ມີ 40 ປະເທດ​ທົ່ວ​ໂລກ ທີ່​ໄດ້​ເຂົ້າ​ເປັນສະມາຊິກ​ໂຄງການແຊ​ມາ​ອືນດົງ ແລະ ປະເທດ​ສະມາຊິກ​ຈະເປັນ​ປະເທດ​ດ້ອຍ​ພັດທະນາ ແລະ ກຳລັງ​ພັດທະນາ ໂດຍ​ລວມ​ແລ້ວ ກອງ​ປະຊຸມ​ຄັ້ງ​ນີ້ ເປັນ​ກອງ​ປະຊຸມລະດັບ​ໂລກ​ຂອງ​ໂຄງການແຊມາ​ອືນ​ດົງ ປະຈຳ​ປີ 2017 ເຊິ່ງກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ຫຼາຍບັນຫາ​ສຳຄັນ ແລະ ໄດ້​ຮັບ​ຟັງການ​ປະກອບ​ຄຳ​ເຫັນ​ຂອງ​ຕົວແທນ​ປະເທດ​ສະມາຊິກ​ຈຳນວນໜຶ່ງ ທັງ​ນີ້ກໍ່​ເພື່ອ​ພ້ອມ​ກັນ​ແກ້ໄຂ​ບັນຫາ​ທີ່​ຄົງ​ຄ້າງ ແລະ ສົ່ງເສີມ​ບັນຫາ​ທີ່​ໄປ​ໄດ້​ດີ ເພື່ອ​ເປົ້າໝາຍ​ການ​ພັດທະນາ​ຂອງ​ປະເທດ ແລະ ຫຼາຍ​ປະເທດ​ສະມາຊິກ​ໄດ້ມີ​ການ​ຍ້ອງຍໍ​ຊົມເຊີຍ​ໂຄງການແຊ​ມາ​ອືນ​ດົງ ທີ່​ເຮັດ​ໄດ້​ດີ​ໃນ​ການລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາ​ຊົນ​ເຂດ​ຊົນນະບົດ ​ຖືກ​ກັບ​ແນວທາງ​ການ​ພັດທະນາ​ປະເທດ​ຂອງແຕ່​ລະ​ປະເທດ.
ສຳລັບ ​ສປປ ລາວ ໄດ້​ເຂົ້າເປັນ​ສະມາຊິກ​ໂຄງການ​ແຊ​ມາອືນ​ດົງ ນັບ​ແຕ່​ປີ 2009 ເປັນຕົ້ນມາ ເຊິ່ງ​ເລີ່ມ​ຕົ້ນ​ຢູ່​ບ້ານ​ຫາດ​ໄຊ ເມືອງ​ທຸລະຄົມ ແຂວງ​ວຽງ​ຈັນ ແລະ ປັດຈຸບັນໄດ້​ຂະຫຍາຍ​ອອກໄປ​ສູ່ ບ້ານ​ລິ່ງ​ຊັນ ບ້ານ​ນາ​ແກ່ວ ບ້ານ​ແຈ້ງ ແລະ ບ້ານ​ຈຸ້ມ ເມືອງທຸລະຄົມ ແລະ ບ້ານ​ປາກ​ແຖບ ເມືອງ​ສັງ​ທອງ ນະຄອນຫຼວງວຽງ​ຈັນ ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ພັດທະນາ​ບ້ານ ​ໂດຍປະຊາຊົນ​ມີ​ສ່ວນ​ຮ່ວມ​ໃນ​ການເລືອກ​ໂຄງການ​ພັດທະນາ ແລະ ໂຄງການ​ຈະ​ເນັ້ນ​ກິດຈະກຳ​ພັດທະ​ນາ​ພື້ນຖານ​ໂຄງ​ລ່າງ​ສ້າງ​ຖະໜົນ​ຫົນທາງ ເປັນຕົ້ນ ທາງ​ຮ່ອມ ທາງ​ຊອຍ​ພາຍ​ໃນ​ບ້ານ ເຮັດ​ໃຫ້ການ​ໄປ​ມາ​ຂອງ​ປະຊາຊົນ​ມີຄວາມ​ສະດວກ ເຊິ່ງ​ການຈັດຕັ້ງປະ​ບັດ​ໂຄງການ​ຈະ​ໃຫ້​ທຶນ​ຊ່ວຍເຫຼືອ​ວັດຖຸ​ທີ່​ຈຳເປັນ ແລະ ປະຊາຊົນ​ມີ​ສ່ວນ​ຮ່ວມ​ຕາມ​ທ່າແຮງ ເປັນຕົ້ນ ແຮງ​ງານ​ໄມ້​ແບບ ແລະ ສ່ວນ​ອື່ນໆ ນອກຈາກ​ກິດຈະກຳນີ້​ແລ້ວ ຍັງ​ມີ​ກິດຈະກຳ​ປູກຝັງ-ລ້ຽງສັດ ເປັນຕົ້ນ ໃຫ້​ທຶນ​ປຸກ​ສ້າງເຮືອນ​ຮົ່ມ ປູກ​ພືດ​ກະສິກຳ ປູກເຫັດ ໃຫ້​ທຶນ​ລ້ຽງ​ປາ ລ້ຽງ​ກົບ ລ້ຽງ​ງົວ ສ້າງຕັ້ງ​ກອງ​ທຶນ ແລະ ອື່ນໆ ເພື່ອ​ເຮັດ​ໃຫ້ການ​ພັດ​ທະນາ​ໂຄງການແຊ​ມາ​ອືນ​ດົງ ຢູ່​ແຕ່ລະ​ບ້ານ​ໄປ​ໄດ້​ດີ ແລະ ມີ​ປະສິດທິ​ຜົນ ແຕ່​ລະ​ປີ​ໂຄງການແຊ​ມາອືນ​ດົງ ຍັງ​ໄດ້​ໃຫ້​ທຶນ​ເຝິກອົບຮົມຢູ່​ສູນ​ເຝິກອົບຮົມ​ໂຄງການແຊມາ​ອືນ​ດົງ ສ ເກົາຫຼີ ຈຳນວນຫຼາຍ​ທຶນ ໃນ​ການ​ເປັນ​ຜູ້ນຳ​ໂຄງການ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ບ້ານ ຫົວໜ້າ​ຫ້ອງການ ໂຄງການ​ປະຈຳ​ບ້ານ ອຳນາດການ​ປົກຄອງ​ເມືອງ ຂະແໜງການ​ກ່ຽວຂ້ອງ​ຂອງ​ເມືອງຂອງແຂວງ ແລະ ອາຈານ​ສອນພາກ​ວິຊາ​ກ່ຽວຂ້ອງ​ຂອງ​ມະຫາວິທະຍາໄລ​ແຫ່ງ​ຊາດ ແລະ ໂຄງການ​ດັ່ງກ່າວ ກໍ່​ເປັນ​ໂຄງການໜຶ່ງ​ທີ່​ປະຊາຊົນ​ໄດ້​ຮັບ​ຜົນ​ປະໂຫຍດ ແລະ ໄດ້​ຮັບ​ການ​ຊຸກຍູ້​ສົ່ງເສີມ​ຈາກ​ອຳນາດ​ການ​ປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ​ພາກ​ລັດ ອັນ​ໄດ້​ເຮັດ​ໃຫ້ໂຄງການ​ໄດ້​ຂະຫຍາຍ​ອອກ​ໄປສູ່​ຫຼາຍ​ບ້ານ​ຢູ່​ເຂດ​ຊົນນະບົດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...