ຂປລ. ປັດຈຸບັນ ສປປ ລາວ ກໍຄື ຂະແໜງພະລັງງານ ສາມາດສະໜອງໄຟຟ້າແບບຖາວອນ ໃຫ້ກັບປະຊາຊົນ ໄດ້ທັງໝົດ 94% ຂອງຈຳນວນຄົວເຮືອນ ໃນທົ່ວປະເທດ ທຽບໃສ່ແຜນການທີ່ຕັ້ງໄວ ໃຫ້ໄດ້ 90% ພາຍໃນປີ 2020 ແມ່ນສາມາດບັນລຸໄດ້ລື່ນແຜນການ ແລະ ຈະສືບຕໍ່ໃຫ້ໄດ້ 100% ພາຍໃນປີ 2030.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ໃນໂອກາດ ວັນພະລັງງານໂລກ ໃນວັນທີ 21 ຕຸລາ2017 ນີ້ວ່າ: ສປປ ລາວ ມີນະໂຍບາຍສ້າງປະເທດ ເປັນໝໍ້ໄຟຂອງອາຊຽນ ໂດຍອີງໃສ່ຄວາມເໜາະສົມທາງດ້ານທີ່ຕັ້ງ, ທ່າແຮງດ້ານໄຟຟ້ານ້ຳຕົກ ຂອງປະເທດ ແລະ ຄວາມຕ້ອງການໄຟຟ້າທີ່ເພີ່ມຂຶ້ນ ຢູ່ໃນພາກພື້ນ ເຊິ່ງສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາ ດ້ວຍຈັ່ງວະທີ່ໄວ ກາຍເປັນການພັດທະນາທີ່ພົ້ນເດັ່ນ ໃນພາກພື້ນ ແລະ ໃນໂລກ. ຢ່າງໃດກໍ່ຕາມ ໃນປີ 1995 ທົ່ວປະເທດ ມີກຳລັງການຜະລິດໄຟຟ້າ ພຽງແຕ່ 210 ເມກາວັດ ແລະ ຜະລິດໄຟຟ້າໄດ້ 1.085 ລ້ານກິໂລວັດໂມງ ມາເຖິງ ປັດຈຸບັນ ກຳລັງການຜະລິດໄດ້ເພີ່ມຂຶ້ນເປັນ 6.760 ເມກາວັດ ແລະ ສາມາດຜະລິດໄຟຟ້າໄດ້ເຖິງ 35.625 ລ້ານກິໂລວັດໂມງ, ມີລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມຈອດ ແຕ່ເໜືອ ເຖິງ ໃຕ້ ສາມາດສະໜອງໄຟຟ້າຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂະແໜງການອື່ນໆ ໄດ້ໂດຍພື້ນຖານ. ຢ່າງໃດກໍ່ຕາມ, ໃນຕົ້ນປີ 2018 ທີ່ຈະມາເຖິງນີ້ ຈະສົ່ງກະເສໄຟຟ້າໄປຂາຍໃຫ້ກັບປະເທດມາເລເຊຍ ໂດຍຜ່ານສາຍສົ່ງປະເທດໄທ ເຊິ່ງຖືເປັນໂຄງການຕົວແບບ ແລະ ໂຄງການທຳອິດ ໃນອາຊຽນ ທີ່ມີຫລາຍປະເທດເຂົ້າຮ່ວມ. ບັນດາປະເທດ ນຳເຂົ້າຈາກ ສປປ ລາວ ມີປະເທດໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ມາເລເຊຍ.
ທ່ານ ຄຳມະນີ ອິນທິລາດ ໃຫ້ຮູ້ອີກວ່າ: ຕາມຂໍ້ມູນຂອງ ສະຫະປະຊາຊາດ ເປີດເຜີຍວ່າ: ຢູ່ໃນໂລກຍັງມີປະຊາຊົນ 3 ຕື້ກວ່າຄົນ ຍັງບໍ່ໄດ້ເຂົ້າເຖິງ ຫລື ບໍ່ໄດ້ຊົມໃຊ້ພະລັງງານສະໄໝໃໝ່ ໂດຍສະເພາະ ແມ່ນການຊົມໃຊ້ ພະລັງງານໄຟຟ້າ ອັນເປັນການ ກົດໜ່ວງຕໍ່ກັບການພັດທະນາ ເສດຖະ ກິດ-ສັງຄົມ ແລະ ເຮັດໃຫ້ປະຊາຊົນ ດຳລົງຊີວິດຢູ່ໃນ ຄວາມຫຍຸ້ງຍາກທີ່ສຸດ. ຍ້ອນແນວນັ້ນ ມາໃນປີ 2011 ທ່ານ ບານກີມູນ ອາດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ເລີ່ມໂຄງການທີ່ເອີ້ນວ່າ: “ ພະລັງງານຍືນຍົງ ເພື່ອໝົດທຸກຄົນ ” “ SE4ALL ” ແລະ ກຳນົດເອົາ ປີ 2012 ເປັນປີສາກົນ ສຳລັບພະລັງງານຍືນຍົງ ເພື່ອໝົດທຸກຄົນ ເພື່ອແນ່ໃສ່ບັນລຸ 3 ເປົ້າໝາຍ ພາຍໃນປີ 2030 ຄື: ຮັບປະກັນໃຫ້ປະຊາກອນທັງໝົດໃນທົ່ວໂລກ ໄດ້ເຂົ້າເຖິງການບໍລິການ ດ້ານພະລັງງານສະໄໝໃໝ່, ເພີ່ມອັດຕາສ່ວນປະສິດທິພາບ ການນຳໃຊ້ພະລັງງານທົ່ວໂລກຂຶ້ນເປັນສອງເທົ່າ ແລະ ເພີ່ມອັດຕາສ່ວນຂອງພະລັງງານທົດແທນ ໃນລວມຍອດ ພະລັງງານໂລກ ຂຶ້ນເປັນສອງເທົ່າຄືກັນ ທັງນີ້ກໍເປັນ ໂອກາດທີ່ດີ ແລະ ເປັນບ່ອນອີງ ໃນການຂົນຂວາຍ, ປຸກລະດົມພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ ມາຮ່ວມມືກັບ ລັດຖະບານເຂົ້າໃນການ ສະໜອງພະລັງງານ ໂດຍສະເພາະ ແມ່ນພະລັງ ງານສະໄໝໃໝ່ ໃຫ້ກັບປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ນຳໃຊ້ ພະລັງງານໃຫ້ທົ່ວເຖິງ ຍ້ອນວ່າ ພະລັງງານ ເປັນປັດໄຈສຳຄັນໜຶ່ງ ທີ່ຊ່ວຍໃຫ້ ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກ ຍິ່ງໄປກວ່ານັ້ນກໍຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ກັບ ປະຊາຊົນ ສ້າງລາຍຮັບດ້ວຍ ການຜະລິດສິນຄ້າ ແລະ ບໍລິການຕ່າງໆ, ຍົກສູງສະມັດທະພາບ ດ້ານການຜະລິດ ແລະ ການບໍລິການດັ່ງກ່າວ ນັບມື້ນັບສູງຂຶ້ນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນຕື່ມອີກ./. ຂ່າວ: ທະນູທອງ

No comments:
Post a Comment