Sunday, 22 October 2017

ລາວຕ້ອນຮັບຂະບວນລົດການເດີນທາງແຫ່ງວັດທະນະທຳລ້ານຊ້າງແມ່ນຳ້ຂອງ


ລາວຕ້ອນຮັບຂະບວນລົດການເດີນທາງແຫ່ງວັດທະນະທຳລ້ານຊ້າງແມ່ນຳ້ຂອງ
ຕອນແລງວັນທີ 22 ຕຸລາ 2017, ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ຂະບວນລົດການເດີນທາງແຫ່ງ ວັດທະນະທຳລ້ານຊ້າງແມ່ນຳ້ຂອງ ຢູ່ສູນວັດທະນະທຳຈີນ ນະຄອນຫລວງວຽງຈັນ ເຊິ່ງຂະບວນລົດດັ່ງກ່າວ ນຳໂດຍທ່ານ ເຄີຢາຊາ ພ້ອມຄະນະຈຳນວນ 39 ຄົນ, ມີລົດທັງໝົດຈຳນວນ 13 ຄັນ ເດີນທາງຈາກເມືອງ ໜິງຢໍ່ ແຂວງ ເຈີ້ຈຽງ ສປຈີນ ໃນວັນທີ 24 ກັນຍາ ໂດຍຜ່ານ ປະເທດໄທ, ກຳປູເຈຍ ແລະ ເຂົ້າສູ່ ສປປ ລາວ ໃນວັນທີ 22 ຕຸລາ 2017, ລວມໄລຍະທາງ ທັງໝົດ 10.000 ກວ່າກິໂລແມັດ ແລະ ຈະສືບຕໍ່ເດີນທາງໄປ ສສ ຫວຽດນາມ. 
ການຈັດຂະບວນລົດດັ່ງກ່າວ ຖືເປັນການຜັນຂະຫຍາຍ ນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ ຈີນ ເພື່ອການເຊື່ອມໂຍງ ຈີນ ສູ່ບັນດາປະເທດ ອາຊີອາຄະເນ, ເປັນການຮ່ວມກັນສົ່ງເສີມ ການແລກປ່ຽນພົວພັນ ດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ເຊິ່ງກັນ ແລະ ກັນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...