ວັນທີ 17 ຕຸລາ 2017mທີ່ຜ່ານມາ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ຈັດພິທີຖະແຫຼງຂ່າວປີທ່ອງທ່ຽວລາວ 2018 ໂດຍການເປັນປະທານຂອງທ່ານ ຄຳພູນ ຕຸໄພທູນ, ຮອງເຈົ້າແຂວງສະ ຫວັນນະເຂດF ມີບັນດາທ່ານພະແນກການອ້ອມຂ້າງແຂວງ, ຮອງເຈົ້າເມືອງຈາກ 5 ຕົວເມືອງເຂົ້າຮ່ວມ.
ຈຸດປະສົງກໍ່ເພື່ອ ຈັດປີທ່ອງທ່ຽວລາວ 2018 ແມ່ນຈະຈັດຂື້ນພ້ອມກັບພິທີເປີດງາມບຸນນະມັດສະ ການພະທາດອີງຮັງ 2017 ໂດຍຈະເຊີນບັນດາແຂກພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມກິດຈະກໍາ ດັ່ງກ່າວ ເພື່ອເປັນການໂຄສະນາປະຊາສໍາພັນກ່ຽວກັບປີທ່ອງທ່ຽວລາວຢ່າງກວ້າງຂວາງ.
ສ່ວນການເຄື່ອນໄຫວ ແລະ ກິດຈະກໍາປິ່ນອ້ອມປະກອບມີ: ຈັດສັນຫ້ອງຂໍ້ມູນ-ຂ່າວສານການ ທ່ອງທ່ຽວ 6 ແຂວງພາກກາງ ແລະ ຝຶກອົບຮົມພະນັກງານໃຫ້ຂໍ້ມູນ, ໂຄສະນາຜ່ານສື່, ຜະລິດວິດີໂອໂຄສະນາປີທ່ອງທ່ຽວລາວ 2018, ສ້າງປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ປະດັບປະດາຈຸດຕ່າງໆທີ່ສໍາຄັນ, ການຈັດຄາຣາວານລົດທ່ອງທ່ຽວ ແລະ ການກຸສົນທີ່ເມືອງທ່າປາງທອງ, ຈັດຄາຣາວານລົດຖີບມິດຕະ ພາບ ສະຫວັນນະເຂດ-ມຸກດາຫານ, ແລກປ່ຽນວັດທະນະທໍາລາວ-ໄທ, ຈັດງານວາງສະແດງຜະລິດຕະພັນທ່ອງທ່ຽວ ແລະ ຈໍາໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ (ລາວ- ຫວຽດນາມ- ໄທ), ປະກວດນາງສາວສະຫວັນ ແລະ ຈັດເທດສະການອາຫານ, ເຄື່ອງດື່ມທີ່ເປັນເອກະລັກທ້ອງຖິ່ນ.




No comments:
Post a Comment