ສາລະວັນ ແລະ ຄະນະປະຕິບັດງານພິເສດ ແຂວງ ເທື່ອທຽນເຫວ້ກ່ຽວກັບການຊອກຄົ້ນ- ຂຸດຄົ້ນອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ.
ກອງປະຊຸມພົບປະແລກປ່ຽນ ຖອດຖອນບົດຮຽນລະຫວ່າງຄະ ນະປະຕິບັດງານພິເສດ ແຂວງ ສາລະວັນ ແຫ່ງ ສປປ ລາວ ກັບ ຄະນະປະຕິບັດງານພິເສດ ແຂວງ ເທື່ອທຽນເຫວ້ ແຫ່ງ ສສ ຫວຽດນາມ ກ່ຽວກັບການຊອກຄົ້ນ- ຂຸດຄົ້ນອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງສາລະວັນ ກັບຄືນປະເທດ ປະຈຳສົກປີ 2017-2018 ໄດ້ ຈັດຂຶ້ນຢູ່ຫ້ອງປະຊຸມຂອງກອງ ບັນຊາການທະຫານແຂວງສາ ລະວັນ ໃນວັນທີ 19 ຕຸລາ 2017 ຜ່ານມາ ນີ້, ຝ່າຍແຂວງສາລະ ວັນ ນຳໂດຍ ສະຫາຍ ພັນເອກ ພູວັນ ພິມມະຈັນ ຮອງເລຂາ ຄະນະພັກ,ຫົວໜ້າການການ ເມືອງກອງບັນຊາການທະຫານ ແຂວງສາລະວັນປະທານຄະນະ ປະຕິບັດງານພິເສດ
ແຂວງສາລະ ວັນ ພ້ອມດ້ວຍຄະນະ, ຝ່າຍກອງ ບັນຊາການທະຫານແຂວງເທື່ຶອ ທຽນເຫວ້ ນຳໂດຍສະຫາຍ ພັນ ເອກ ຫງວຽນຮົງເຊີນ ຄະນະ ປະຈຳພັກແຂວງ, ເລຂາຄະນະ ພັກ, ຫົວໜ້າການທະຫານແຂວງ ເທື່ອທຽນເຫວ້, ພ້ອມດ້ວຍຄະນະ ແລະ ໜ່ວຍປະຕິບັດງານພິເສດ 192 ທະຫານແຂວງເທື່ອທຽນ ເຫວ້ເຂົ້າຮ່ວມ.
ກອງປະຊຸມທັງສອງຝ່າຍໄດ້ ຜັດປ່ຽນກັນຂຶ້ນລາຍງານສະພາບການໂດຍຫຍໍ້, ພ້ອມນີ້ທັງສອງ ຝ່າຍໄດ້ປຶກສາຫາລືແລກປ່ຽນ ຖອດບົດຮຽນເຊິ່ງກັນ ແລະ ກັນ ແລະ ຕີລາຄາສູງຕໍ່ບັນດາວຽກ ງານດ້ານຕ່າງໆໃນໄລຍະຜ່ານ ມາດ້ວຍຄວາມຮັບຜິດຊອບສູງ, ໃນສົກປີ 2017-2018 ນີ້, ຄະ ນະປະຕິບັດງານພິເສດແຂວງ ສາລະວັນ ໄດ້ແຈ້ງການເຖີງອຳ ນາດການປົກຄອງແຕ່ລະຂັ້ນ ແລະ ປະສານສົມທົບໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານ ເປັນຕົ້ນ: ໄດ້ແຈ້ງການເຖິງບັນດາ ເມືອງ,ກຸ່ມບ້ານ ແລະ ໝູ່ບ້ານ ພໍ່ແມ່ປະຊາຊົນແຕ່ລະພາກສ່ວນ ໄດ້ມີສ່ວນຮ່ວມເຂົ້າໃນວຽກງານ ຂຸດຄົ້ນ-ຊອກຄົ້ນອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມໃນການໃຫ້ຂໍ້ມູນ, ແຫ່ງຂ່າວບ່ອນຝັງສົບ ແລະ ອຳ ນວຍຄວາມສະດວກນຳພາທາງ ໄປຊອກຄົ້ນ- ຂຸດຄົ້ນອັດຖິ, ຮັບ ປະກັນໄດ້ຄວາມປອດໄຟ 100% ໃຫ້ແກ່ໜ່ວຍປະຕິບັດງານພິເສດ 192 ທະຫານແຂວງເທື່ອທຽນ ເຫວ້ໃນເວລາລົງເຄື່ອນໄຫວຢູ່ ຕາມແຕ່ລະເມືອງ, ກຸ່ມບ້ານ ແລະ ພື້ນຖານປະຊາຊົນ ເຊິ່ງຕາມຂໍ້ ມູນທີ່ປະຊາຊົນລາຍງານທັງໝົດ ມີ 35 ຈຸດທີ່ຈະໄດ້ຂຸດຄົ້ນ. ໃນສົກ ປີ 2016-2017 ຜ່ານມາ ຄະນະ ປະຕິບັດງານພິເສດສາມາດຂຸດ ຄົ້ນ-ຊອກຄົ້ນອັດຖິທະຫານອາ ສາສະໝັກແລະ ຊ່ຽວຊານຫວຽດ ນາມໄດ້ທັງໝົດ 16 ອັດຖິ. ພ້ອມ ທັງຈັດສົ່ງກັບຄືນປະເທດຢ່າງ ສົມກຽດ. ໃນໂອກາດນີ້ທັງສອງ ຝ່າຍໄດ້ຕົກລົງເຫັນດີເປັນເອກະ ພາບກັນກ່ຽວກັບເນື້ອໃນຫຼາຍ ບັນຫາໃນການຮ່ວມມືຢ່າງຮອບ ດ້ານ: ໃນນັ້ນແມ່ນວຽກງານຂຸດ ຄົ້ນ-ຊອກຄົ້ນອັດຖິສົກປີ 2017 – 2018 ເພື່ອພ້ອມກັນນໍາໄປຈັດ ຕັ້ງປະຕິບັດໃຫ້ມີຜົນສຳເລັດສູງ ໄດ້ຕາມແຜນການຄາດໝາຍທີ່ ວາງໄວ້ ແລະ ໃນພິທີທັງສອງ ຝ່າຍ ຍັງໄດ້ລົງນາມເຊັນບົດບັນ ທຶກຮ່ວມກັນອີກດ້ວຍ. ຫຼັງຈາກ ນັ້ນຄະນະຜູ້ແທນແຂວງເທື່ອ ທຽນເຫວ້ ກໍໄດ້ນຳເອົາຄອມພິວ ເຕີ ຈຳນວນ 7 ຊຸດ, ມາມອບໃຫ້ ກອງບັນຊາການການທະຫານ ແຂວງສາລະວັນອີກດ້ວຍ.
ໂດຍ: ຖາວອນ ສຸວັນນະພິມ
ໂດຍ: ຖາວອນ ສຸວັນນະພິມ

No comments:
Post a Comment