Friday, 27 October 2017
ກຽມຈັດງານ ບຸນມະໂຫລານ ກາເຟລາວ ຄັ້ງທີ 2
ຂປລ ໃນວັນທີ 26 ຕຸລາ 2017 ທີ່ຮ້ານ Tea room by Dao ໄດ້ຈັດພິທີຖະແຫລງຂ່າວ ງານບຸນມະໂຫລານ ກາເຟລາວ ຄັ້ງທີ 2, ໂດຍການເປັນປະທານ ຂອງທ່ານ ນາງ ບຸນເຮື່ອງ ແຄລໍລິດດັງ ປະທານສະມາຄົມ ກາເຟລາວ, ມີທ່ານ ສີສະນຸກ ສີສົມບັດ ປະທານທີປຶກສາ ສະມາຄົມກາເຟລາວ,ມີຜູ້ຕາງໜ້າຈາກ ສະຫະພັນກາເຟອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ບຸນເຮື່ອງ ແຄລໍ ລິດດັງ ກ່າວວ່າ: ສະມາຄົມກາເຟລາວເຫັນໄດ້ເຖິງຄວາມສໍາຄັນ ໃນການຈັດງານ ບຸນມະໂຫລານ ກາເຟລາວ ຄັ້ງທີ 2 ເພື່ອເປັນການເອກອ້າງ ຄຸນລັກສະນະພິເສດ ຂອງກາເຟລາວໄປສູ່ຈອກຜູ້ບໍລິໂພກ ໃນທົ່ວໂລກ. ທັງເປັນການຜັນຂະຫຍາຍ ຍຸດທະສາດການພັດທະນາລາວທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອເພີ່ມມູນຄ່າການສົ່ງອອກ, ສົ່ງເສີ່ມລາຍໄດ້ໃນການຜະລິດກະສິກໍາ ແລະ ການຄ້າ, ຍົກລະດັບຂີດຄວາມສາມາດ ເພື່ອແຂ່ງຂັນລະດັບ ພູມມິພາກ ແລະ ສາກົນ.
ງານບຸນມະໂຫລານກາເຟລາວ ຄັ້ງທີ 2 ຈະຈັດຂຶ້ນໃນວັນທີ 10-12 ທັນວາ 2017 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ພາຍໃນງານຍັງຈະມີ ການວາງສະແດງສິນຄ້າຕ່າງໆ ທີ່ກ່ຽວຂ້ອງກັບກາເຟ ເຊັນ: ການປູກ, ການຜະລິດ ແລະ ການແປຮູບ.ນອກຈາກນັ້ນ, ຍັງຈະມີການແຂ່ງຂັນ ປຸງກາເຟລະດັບປະເທດຊຶ່ງຈະໄດ້ຈັດຂຶ້ນ ເປັນຄັ້ງທໍາອິດໃນປະຫວັດສາດ ວົງການກາເຟລາວ ເຊິ່ງຈະຈັດຢູ່ 3ປະເພດຄື: ການແຂ່ງຂັນບາຣິສຕ້າ (Barista), ການແຂ່ງຂັນລາເຕ້ອາດ (latte art) ແລະ ການແຂ່ງຂັນກາເຟຢອດ (Brewer).
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment