Thursday, 26 October 2017

ຍີ່ປຸ່ນມອບເຄື່ອງນຸ່ງຫົມຕ້ານໄພໜາວໃຫ້ແຂວງຊຽງຂວາງ

ຂປລ. ພິທີມອບ-ຮັບ ເຄື່ອງນຸ່ງຫົ່ມຕ້ານ​ໄຟໜາວ ຈັດ​ຂຶ້ນວັນທີ 25 ຕຸລາ2017 ຢູ່ທີ່ຫ້ອງວ່າການປົກຄອງ ແຂວງຊຽງຂວາງ, ມອບໂດຍ ທ່ານ ອີໂມຣິ ດາຍອີຈິ (IMORI DAIJI) ປະທານບໍລິສັດພັດ ທະນາກະສິກຳ ລາວ-ຍີປຸ່ນ ຈຳກັດ ແຂວງຊຽງ, ຮັບໂດຍ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ.
 ເຄື່ອງນຸ່ງ​ຫົ່ມ​ທີ່ບໍລິສັດ ກຸໂລກາວະຈຳກັດ(KUROKAWA LTD) ປະເທດຍີປຸ່ນນໍາ​ມາ​ມອບ​ຄັ້ງ​ມີ ຈຳນວນ 114 ມັດ ລວມມູນຄ່າ 20.000 ກວ່າໂດລາສະຫະລັດຫລື ປະມານເກືອບ 2 ຮ້ອຍລ້ານກີບ
ທ່ານ ເຈົ້າ ແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ລັດຖະບານຍີປຸ່ນ ກໍຄື ບໍລິສັດກຸໂລ ກາວະຈຳກັດ ແລະ ບໍລິສັດພັດທະນາກະສິກຳ ລາວ-ຍີປຸ່ນຈຳກັດແຂວງຊຽງຂວາງ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ແລະ ມາລົງທຶນຢູ່ ແຂວງຊຽງຂວາງ ເຮັດໃຫ້ແຂວງຊຽງຂວາງ ມີບາດກ້າວອັນໃໝ່. ສຳລັບເຄື່ອງນຸ່ງຫົ່ມດັ່ງກ່າວ ນັ້ນແມ່ນຈະນຳໄປມອບ ໃຫ້ປະຊາຊົນຜູ້ ທຸກຍາກ ທີ່ຢູ່ ເຂດຫ່າງໄກຊອກ ຫລີກ ເພື່ອກຽມຮັບມືລະດູໜາວປີນີ້.
ຂ່າວບຸນມີ ແສງທຸມມີ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...