Friday, 27 October 2017

40 ຫົວໜ່ວຍທຸລະກິດ ໄດ້ຮັບລາງວັນ ເອັດເອັມອີ ດີເດັ່ນປະຈຳປີ 2017


ຂປລ. ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ ແຫ່ງ​ຊາດ​ລາວ ຈັດ​ພິທີ​ມອບ​ລາງວັນ​ ທຸລະ​ກິດຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ຫລື SMEs ດີ​ເດັ່ນ ປະຈຳ​ປີ 2017 ​ໃຫ້​ແກ່​ບໍລິສັດ ​ແລະ ຫົວໜ່ວຍທຸລະ​ກິດ 40 ຫົວໜ່ວຍ ທີ່​ມີ​ຜົນງານ​ໃນ​ການ​ປະກອບສ່ວນ​ ສ້າງສາ​ພັດທະນາ ​ປະ​ເທດ​ຊາດ​ ໃນ​ໄລຍະ​ຜ່ານ​ມາ. ​ເຊິ່ງມອບ​ໂດຍ ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ​ໂດຍ​ມີ ທ່ານ ສົມ​ດີ ດ​ວງດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ​ການ​ເງິນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.​
ທ່ານ​ ນາງ ຈັນທະ​ຈອນ ວົງ​ໄຊ ຮອງ​ປະທານ ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ ແຫ່ງ​ຊາດ​ລາວ ​ໄດ້​ໃຫ້​ຮູ້​ວ່າ: ຈຳນວນ 40 ຫົວໜ່ວຍທຸລະ​ກິດ ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້, ​ແມ່ນ​ໄດ້​ຜ່າ​ນມາດຖານ​ເງື່ອນ​ໄຂ ​ໃນ​ການ​ຄັດ​ເລືອກ​ ຂອງ​ຄະນະ​ກຳມະການ​ ເປັນ​ຕົ້ນ​ແມ່ນ ​ເປັນ​ບໍລິສັດ​ ທີ່​ລົງທະບຽນ​ຖືກຕ້ອງຕາມ​ກົດໝາຍ​ຂອງສປປ ລາວ, ​ເປັນ​ສະມາຊິກ​ ຂອງສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ, ເປັນ​ສະມາຊິກ​ຂອງ​ກຸ່ມ ຫລື ສະມາຄົມ​ທີ່​ຂຶ້ນ ​ກັບສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ, ທຸຸລະ​ກິດ​ມີ​ການ​ເຕີບ​ໃຫຍ່​ ຂະຫຍາຍຕົວ​ໃນ​ສົກ​ປີຜ່ານມາ, ປະກອບສ່ວນ​ສ້າງສາ​ ພັດທະນາ​ປະ​ເທດ​ຊາດ, ຫ້າວຫັນ​ໃນ​ການ​ເສຍ​ພັນທະ, ພາສີ-ອາກອນ ​ເຂົ້າ​ລັດ​ຢ່າງ​ເປັນ​ປົກກະຕິ, ປະກອບສ່ວນ​ຢ່າງ​ຫ້າວຫັນ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ ໃຫ້​ກັບ​ປະຊາຊົນ ​ແລະ ຊ່ວຍ​ສ້າງ​ຄວາມ​ເຂັ້ມ​ ໃຫ້​ແກ່ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ ແຫ່ງ​ຊາດ​ລາວ.
​40 ຫົວໜ່ວຍ​ທຸລະ​ກິດ ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້,​ ແມ່ນ​ມາ​ຈາກ ​ຫລາຍ​ຂະ​ແໜ່​ງການ ​ເຊັ່ນ: ຂະ​ ແໜງ​ອຸດສາຫະກຳ-ການ​ຄ້າ, ອຸດສາຫະກຳ​ການ​ຜະລິດ, ອຸດສາຫະກຳ​ກໍ່ສ້າງ, ຫັດຖະກຳ, ການ​ສຶກສາ, ການ​ຄ້າ, ການ​ສິກຳ ​ແລະ ການ​ບໍລິການ ​ເປັນ​ຕົ້ນ ບໍລິສັດ ກຸ່ມ​ຄຳ​ໄພ ຊະນະ​ ຈຳກັດ​ຜູ້​ດຽວ, ບໍລິສັດ​ຂຸນ​ຕາປ້າຍ​ໂຄສະນາ​ ຈຳກັດຜູ້​ດຽວ, ນິວຈິບ​ເຊັງ, ບໍລິສັດແສງ​ວິ​ໄຊ ກຣຸບ ຈຳກັດ​ຜູ້​ດຽວ, ວິ​ສາ​ຫະກິດ​ສ່ວນ​ບຸກຄົນ​ໂຕະ​ລາວ, ບໍລິສັດ​ດາ​ຕ້າ​ຄອມ ຈຳກັດ, ຮ້ານ​ຄຳ​ພູ​ວົງ, ປີ້ງ​ໄກ່ນາ​ປົ່ງ, ບໍລິສັດ ​ປີ​ໂຕຣລ້ຽມ​ເທຣດດິ້ງ​ລາວ​ມະຫາຊົນ ​ແລະ ອື່ນໆ.
ຂ່າວ: ຈັນທະ​ລອນ; ພາບ: ອ່າຍຄຳ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...