ໃນວັນທີ 25 ຕຸລາ 2017ທີ່ຜ່ານມາ ນີ້, ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ່ VIII ໂດຍການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ທິດທາງແຜນການ ປີ 2018 ຂອງອົງການໄອຍະການປະຊາຊົນສູງສຸດ, 9 ເດືອນຜ່ານມາ ໃນປີ 2017 ອົງການໄອຍະການປະຊາຊົນສູງສຸດ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການກວດກາ ຂອງຄະນະສະເພາະກິດຂັ້ັ້ນສູນກາງ ແລະ ທ້ອງຖິ່ນ, ໂດຍສຸມໃສ່ກວດກາການປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍຕ້ານການສໍ້ຫລາດບັງຫຼວງ, ກົດໝາຍວ່າດ້ວຍປ່າໄມ້,
ກົດໝາຍວ່າດ້ຍວິສາຫະກິດຢູ່ບາງກະຊວງ ແລະ ທ້ອງຖິ່ນຈຳນວນໜຶ່ງ ເຊິ່ງຜ່ານມາການກວດກາເຫັນໄດ້ວ່າ ຍັງມີປະກົດການລະເມີດກົດໝາຍ ເປັນຕົ້ນແມ່ນ ລະເມີດວິໄນແຜນການໂດຍໂຄງການລົງທຶນບໍ່ມີຕົວຕົນ,
ລະເມີດວິໄນການເງິນ ໂດຍການຊຳລະມູນຄ່າໂຄງການປອມແປງເອກະສານ ແລະ ການຊຳລະຊ້ຳຊ້ອນ ແລະ ການສໍ້ຫຼາດບັງຫຼວງ ໂດຍການສວຍໃຊ້ໜ້າທີ່ຂອງພະນັກງານ-ລັດຖະກອນ ໃນການໃຫ້ສິນບົນ ແລະ ຮັບສິນບົນ ທີ່ຖືກສັ່ງຟ້ອງຂຶ້ນສານແລ້ວຈຳນວນ 24 ຄົນ. ນອກຈາກນີ້, ຍັງມີຈຳນວນໜຶ່ງຢູ່ໃນຂັ້ນຕອນດຳເນີນຄະດີ ຂອງການສືບສວນ-ສອບສວນຂອງເຈົ້າໜ້າທີ່.
ທ່ານ ຄຳສານ ສຸວົງ ໄດ້ລາຍງານວ່າ: ອົງການໄອຍະການປະຊາຊົນສູງສຸດ ໄດ້ສົມທົບກັບອົງການທີ່ກ່ຽວຂ້ອງລົງກວດກາການນຳໃຊ້ 7 ມາດຕະການສະກັດກັ້ນຂອງການດຳເນີນຄະດີອາຍາ ຕາມມາດ ຕາ 137-145 ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ໂດຍໄດ້ແຕ່ງຕັ້ງໜ່ວຍງານລົງກວດກາຕົວຈິງ,
ຈັດກອງປະຊຸມຮ່ວມກັບກົມກອງກ່ຽວຂ້ອງກະຊວງປ້ອງກັນຄວາມສະຫງົບ ເພື່ອສະຫຼຸບຕີລາຄາ, ວິເຄາະວິໄຈ ເປັນຕົ້ນແມ່ນ ບັນດາກໍລະນີການກັກຂັງເກີນກຳນົດ ແລະ ອື່ນໆ. ພ້ອມນີ້, ກໍກຳນົດທິດທາງ ແລະ ວິທີການແກ້ໄຂແຕ່ລະກໍລະນີ ພ້ອມທັງລົງແກ້ໄຂຕາມຄວາມຮັບຜິດຊອບຂອງໃຜລາວ ໂດຍສະເພາະຢູ່ໃນຂັ້ນຕອນຂອງອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ, ຂອງອົງການໄອຍະການປະຊາຊົນ ແລະ ຂອງສານປະຊາຊົນ, ຜ່ານການຈັດຕັ້ງປະຕິບັດຕົວຈິງຢູ່ບັນດາຄ້າຍຄຸມຂັງຈຳນວນໜຶ່ງ ຕົວເລກການກັກຂັງເກີນກຳນົດ ແລະ ກໍລະນີການລະເມີດລະບຽບ, ກົດໝາຍການດຳເນີນຄະດີຕາມຂະບວນຍຸຕິທຳ ເຫັນວ່າຫຼຸດລົງ ແລະ ສະຕິເຄົາລົບປະຕິບັດກົດໝາຍ ກໍຄືຄວາມຮັບຜິດຊອບຕໍ່ໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງໄດ້ຍົກສູງຂຶ້ນຕື່ມ. ພ້ອມນີ້, ອົງການໄອຍະການປະຊາຊົນສູງສຸດຍັງໄດ້ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ລົງກວດກາ ການປະຕິບັດກົດໝາຍບັນດາຄ້າຍຄຸມຂັງຈຳນວນໜຶ່ງ ເຊິ່ງສ່ວນຫຼາຍແມ່ນປະຕິບັດລະບຽບ ແລະ ກົດໝາຍໄດ້ດີ,
ແຕ່ພ້ອມກັນນັ້ນກໍເຫັນໄດ້ບາງກໍລະນີຈະຕ້ອງໄດ້ແກ້ໄຂ ເປັນຕົ້ນຄ້າຍກັກຂັງຈຳ ນວນໜຶ່ງຊຸດໂຊມ, ອີກຫຼາຍບ່ອນຫ້ອງກັກຂັງຜູ້້ຕ້ອງຫາ ແລະ ນັກໂທດແອອັດ ຫຼື ກັກຂັງປົນເປກັນ ລະຫວ່າງຜູ້ຕ້ອງຫາ ແລະ ນັກໂທດ ໜຶ່ງໃນສາເຫດຕົ້ນຕໍ ແມ່ນພື້ນຖານໂຄງລາງໄດ້ສ້າງຂຶ້ນ ແລະ ນຳໃຊ້ມາຫຼາຍສິບປີ,
ນັກໂທດໂດຍສະເພາະຜູ້ຖຶກຫາຢາເສບຕິດ ນັບມື້ເພີ່ມຂຶ້ນ 11% ທຽບໃສ່ປີຜ່ານມາ.
ຄ່ຽງຄູ່ໄປກັບການສຸມໃສການກວດກາປະຕິບັດກົດໝາຍ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ເອົາໃຈໃສ່ສ້າງບັນດານິຕະກຳລຸ່ມກົດໝາຍຈຳນວນໜຶ່ງ ແລະ ລົງຈັດຕັ້ງເຜີຍແຜ່ຕິດພັນກັບການຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງຂອງອົງການໄອຍະການຂັ້ນທ້ອງຖິ່ນ ເຊັ່ນ: ຄຳແນະນຳກ່ຽວກັບການນຳໃຊ້ 7 ມາດຕະການສະກັດກັ້ນ, ຄຳແນະນຳປ່ອຍໂຕກ່ອນກຳນົດໂດຍມີເງື່ອນໄຂ, ຄຳແນະນຳການເຂົ້າຮ່ວມການດຳເນີນຄະດີແພ່ງ, ຈັດຕັ້ງເຜີຍແຜ່ປື້ມຄູ່ມືວ່າດ້ວຍຫຼັກຖານໃນຄະດີອາຍາ, ສ້າງປຶ້ມຄູ່ມືການສົ່ງຜູ້ຮ້າຍຂ້າມແດນ, ປື້ມຄູ່ມືການຕິດຕາມກວດກາການດຳເນີນຄະດີການຄ້າມະນຸດ, ຄຳແນະນຳຮ່ວມລະຫວ່າງອົງການປະຊາຊົນສູງສຸດ ກັບກະຊວງປ້ອງກັນຄວາມສະ ຫງົບ, ການຕິດຕາມກວດກາສະຖານທີ່ກັກຕົວ, ກັກຂັງເພື່ອເປັນຄູ່ມືໃຫ້ແກ່ການປະຕິບັດໜ້າທີ່ຂອງພະນັກ ງານໄອຍະການ ກໍຄື ເຈົ້າໜ້າທີ່ກ່ຽວຂ້ອງໃຫ້ມີຄວາມຮັບຮູ້ເປັນເອກະພາບ ແລະ ຖືກຕ້ອງໃນການປະຕິບັດຕົວຈິງ.
ທີ່ມາ: ຂ່າວສານປະເທດລາວ. ຂ່າວ: ສົມຫວັງ, ພາບ:ສະຫວາດ


No comments:
Post a Comment