Thursday, 26 October 2017

ກຽມດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫລັກ ຢູ່ແຂວງໄຊສົມບູນ


ຂປລ. ພິທີ​ເຊັນສັນຍາ ວ່າ​ດ້ວຍ​ການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່​ເຫລັກ ຢູ່​ເຂດ​ບ້ານ​ນ້ຳ​ຊານ ​ເມືອງ​ ລ້ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ ​ໄດ້​ມີ​ຂຶ້ນ​ ໃນ​ວັນ​ທີ 25 ຕຸລາ 2017 ນີ້, ຢູ່​ນະຄອນຫລວງ​ວຽງ​ຈັນ ລະຫວ່າງ​ ທ່ານ ຄຳ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກັບ ທ່ານ ຫງວນ ຈິ່ງ​ເຫງຍ ປະທານ​ສະພາ​ບໍລິຫານ ບໍລິສັດ​ຮ່ວມ​ມື​ເສດຖະກິດ ​ໂກ​ເອ​ໂກ (COECCO) ສສ ຫວຽດນາມ ​ແລະ ​ເຊັນ​ເປັນ​ພະຍານ, ​ໂດຍ​ມີ​ ທ່ານ ສີ​ມອນ ພິຈິດ ຫົວໜ້າ​ກົມ​ບໍ່​ແຮ່ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ທ່ານ ຈັນຖະ​ໜອມ ວົງ​ສົມ​ຈິດ ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ​ໄຊ​ສົມບູນ, ທ່ານ ຟ້າ​ມຮຸ່ງຖັງ ຜູ້ອຳ​ນວຍການ​ໃຫຍ່​ ບໍລິສັດ​ຮ່ວມ​ມື​ເສດຖະກິດ ​ໂກ​ເອ​ໂກ ສສ ຫວຽດນາມ ​ແລະ ທ່ານ ຟາ​ມຈີ​ຈູງ ຜູ້ອຳນວຍການ ບໍລິສັດ​ແຮ່​ທາດ ສສ ຫວຽດນາມ, ພ້ອມດ້ວຍພາກສ່ວນ​ກ່ຽວຂ້ອງ​​ສອງ​ຝ່າຍ ​ເຂົ້າ​ຮ່ວມເປັນ​ສັກ​ຄີ​ພິຍານ.​
ໂຄງການ​ດັ່ງກ່າວ, ​ແມ່ນບໍລິສັດ​ຮ່ວມ​ມື​ເສດຖະກິດ ​ໂກ​ເອ​ໂກ (COECCO) ສສ ຫວຽດນາມ ​ເປັນ​ຜູ້​ສຳ​ປະທານ ​ໂດຍມີ​ເນື້ອ​ທີ່​ສຳ​ປະທານ​ຂຸດ​ຄົ້ນ​ທັງ​ໝົດ 640 ​ເຮັກຕາ, ​ໃນ​ນັ້ນ ​ເນື້ອ​ທີ່​ກໍ່ສ້າງ​ຫ້ອງ ການ 2 ​ເຮັກຕາ ​ແລະ ​ເນື້ອ​ທີ່​ເຂດ​ກໍ່ສ້າງ​ ໂຮງງານ​ປຸງ​ແຕ່ງ 12 ​ເຮັກຕາ, ປະລິມານ​ແຮ່​ຈະ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ ​ມີ​ທັງ​ໝົດ 17.110.000 ​ໂຕນ, ກຳ​ລັງກາ​ນຜະລິດ 930.000 ​ໂຕນ/ປີ, ຜະລິດ​ແຮ່​ເຂັ້ມ​ຂຸ້ນ 65%, ລວມມູນ​ຄ່າ​ ການ​ລົງທຶນທັງ​ໝົດ 29 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ອາຍຸ​ໂຄງການ 24 ປີ (ກໍ່ສ້າງ 2 ປີ, ດຳ​ເນີນ​ການ​ຜະລິດ 20 ປີ ​ແລະ ປິດ​ບໍ່ 2 ປີ), ລວມລາຍ​ຮັບ​ທັງ​ໝົດ 634.675.708 ​ໂດ​ລາ​ສະຫະລັດຄາດ​ວ່າລັດຖະບານ​ລາວ​ ຈະ​ໄດ້​ຮັບຜົນ​ປະ​ໂຫຍ​ດ ຈາກ​​ໂຄງການ​ດັ່ງກ່າວ 230.049.241 ​ໂດ​ລາ​ສະຫະລັດ.
ໃນ​ໂອກາດ​ດັ່ງກ່າວ, ທ່ານ ຄຳ​ລຽນ ພົນ​ເສນາ ​ໃຫ້​ຮູ້​​ວ່າ: ການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່​ເຫລັກ ​ເປັນ​ນິມິດ​ໝາຍ​ອັນ​ສຳຄັນ ໃນ​ການ​ພົວພັນ​ຮ່ວມ​ມື​ ແບບ​ພິ​ເສດ ລະຫວ່າງ​ ສອງ​ພັກ-ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ລາວ​-ຫວຽດນາມ. ​​ເຊິ່ງກຸ່ມ​ບໍລິສັດ ຮ່ວມ​ມື​ເສດຖະກິດ ​ໂກ​ເອ​ໂກ (COECCO) ສສ ຫວຽດນາມ ​ໄດ້​ເຊັນ​ສັນຍາ ​ວ່າ​ດ້ວຍ​ການ​ຊອກ​ຄົ້ນ ​ແລະ ສຳ​ຫລວດ​ແຮ່​ເຫລັກ ຢູ່​ເຂດ​ບ້ານ​ນ້ຳ​ຊານ ​ເມືອງ​ລ້ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ ​ໃນຄັ້ງ​ວັນ​ທີ 25 ທັນວາ 2008 ຜ່ານ​ມາ, ມີ​ເນື້ອ​ທີ່​ທັງ​ໝົດ 44 ກມຜ່ານ​ການ​ຊອກ​ຄົ້ນ ​ແລະ ສຳ​ຫລວດ ​ແມ່ນ​ບໍ່​ເປັນ​ເສດຖະກິດ ​ແລະ ​ໄດ້​ສົ່ງ​ເນື້ອ​ທີ່​ ຄືນ​ໃຫ້​ລັດຖະບານ ​​ແລະ ​ເຊັນ​ສັນຍາ​ວ່າ​ດ້ວຍ ​ການ​ດັດ​ແກ້ ​ແລະ ​ເພີ່ມ​ເຕີມ ຄັ້ງ​ທີ 1 ຂອງ​ສັນຍາວ່າ​ດ້ວຍ ​ການ​ຂຸດ​ຄົ້ນ ​ແລະ ສຳ​ຫລວດ​ແຮ່​ເຫລັກ ຢູ່​ບ້ານ​ດັ່ງກ່າວ, ​ໃນ​ວັນ​ທີ 6 ມັງກອນ 2015​ ​ໃນ​ເນື້ອ​ທີ່ 760 ​ເຮັກຕາ ​ແລະ ບໍລິສັດ​ໄດ້​ສົ່ງ​ເນື້ອ​ທີ່​ ຄືນ​ໃຫ້​ລັດຖະບານ ​ໃນ​ຈຳນວນ 120 ​ເຮັກຕາ ສ່ວນ​ເນື້ອ​ທີ ທີ່​ຍັງ​ເຫລືອ 640 ​ເຮັກຕາ ​ເອົາ​ເນື້ອ​ທີ່​ດັ່ງກ່າວ, ​ເຂົ້າ​ສູ່​ການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ແຮ່​ເຫລັກ./.
ຂ່າວ: ທະນູ​ທອງ ພາບ: ອ່າຍຄຳ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...