Wednesday, 25 October 2017

ພາສະປອດສິງກະໂປມີອິດທິພົນທີສຸດໃນໂລກໄປໄດ້ 159 ປະເທດໂດຍບໍ່ຕ້ອງຂໍວິຊ່າ

ສຳນັກງານຂ່າວເອເອບພີລາຍງານວ່າ: ຫນັງສືເດີນທາງຫລືພັດສະປອດຂອງປະເທດສິງກະໂປກາຍເປັນພັດສະປອດທີ່ມີອິດທິພົນໃນໂລກຈາກການຈັດອັນດັບດັດສະນີພັດສະປອດໄດ້ເຜີຍແຜ່ເມື່ອວັນທີ ່25 ຕຸລາ ເນື່ອງຈາກເປັນພັດສະປອດທີສາມາດເດີນທາງໄປປະເທດຕ່າງໆໂດຍບໍ່ຕ້ອງຂໍວິຊ່າໄດ້ຫລາຍທີສຸດໃນໂລກ.
ພ້ອມນີ້ພັດສະປອດຂອງປະເທດສິງກະໂປກາຍເປັນພັດສະປອດທີເດີນທາງໄປປະເທດຕ່າງໆໂດຍບໍ່ຕ້ອງຂໍວິຊ່າ ເຮັດໃຫ້ຕອນນີ້ມີປະເທດທີຄົນສິງກະໂປ3,4ລ້ານ ຄົນສາມາດເດີນທາງໄປໄດ້ໂດຍບໍ່ຕ້ອງຂໍວິຊ່າເຖິງ159ປະເທດ.ສຳລັບພັດສະປອດມີອິດທິຜົນລຳດັບຮອງລົງມາຄືພັດສະປອດຂອງປະເທດເຍຍລະມັນທີ່ເດີນທາງໄດ້158ປະເທດໂດຍບໍ່ຕ້ອງຂໍວິຊ່າ ອັນດັບ3ມີສອງປະເທດຄື: ສະວີເດັນ ແລະ ເກົາຫລີໃຕ້ ສ່ວນພັດສະປອດຂອງສະຫາລັດອາເມລິກາຢູ່ອັນດັບ6ເຊິງຢູ່ອັນດັບດຽວກັບມາເລເຊຍ ໄອແລນ ແລະແຄນນາດາ.ສ່ວນປະເທດທີພັດສະປອດທີມີອິດທິຜົນນ້ອຍທີສຸດຄື: ປະເທດອັບການິສະຖານທີສາມາດໃຊ້ເດີນທາງເຂົ້າປະເທດຕ່າງໆໂດຍບໍ່ຕ້ອງຂໍວິຊ່າໄດ້ພຽງແຕ່22ປະເທດເທົ່ານັ້ນສຳລັບປະເທດລາວຢູ່ອັນດັບທີ 80 ສາມາດເດີນທາງເຂົ້າປະເທດທີບໍ່ຕ້ອງຂໍວິຊ່າໄດ້ທັງຫມົດ 46 ປະເທດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...