Wednesday, 25 October 2017
ຊາວເນັດແຫ່ແຊຣ໌! ເລື່ອງລາວສະເທືອນໃຈ ທະຫານຂ້າປະຊາຊົນ!? ພ້ອມປິດປາກຫ້າມເອົາເລື່ອງນີ້ໄປເວົ້າຕໍ່…
ຕາມແຫຼ່ງຂ່າວໄດ້ໃຫ້ຂໍ້ມູນວ່າ : ເຫດເກີດໃນວັນທີ 14/10/2017 ທີ່ຜ່ານມາ ເກີດເຫດທະຫານຂ້າປະຊາຊົນຢູ່ ບ້ານໜອງກວາງ, ເມືອງພູກູດ, ແຂວງ ຊຽງຂວາງ ຢ່າງປາເຖື່ອນ..
ເລື່ອງມີຢູ່ວ່າ ມື້ນັ້ນສອງອ້າຍນ້ອງ ທ.ກົ້ງລີ(ອ້າຍ)ອາຍຸ 17 ປີ ມີເມຍແລ້ວ ແລະ ທ. ຫືລີ (ນ້ອງຊາຍ)14 ປີ ເປັນ ລູກຂອງພໍ່ແມ່ຊື່ ຕຸລີ. ໄດ້ໄປຂຸດໂຕອົ້ນໄກ້ກັບຄ້າຍທະຫານ ທີ່ຢູ່ໃກ້ບ້ານຫັ້ນ ໂດຍທັ້ງສອງໄດ້ຂີລົດຈັກໄປແລະກາຟາກລົດໄວ້ທີ່ຄ້າຍຫັ້ນ(ໃນຄ້າຍ) ແລ້ວພາກັນໄປຂູດອົ້ນຈົນມືດ ປະມານ 8-9 ໂມງ.ໄດ້ອົ້ນສອງໂຕ ໃສ່ສ່ອງເຫຼັກໄວ້.
ເມື່ອເຂົາເຈົ້າກັບມາເຖິງຄ້າຍບ່ອນໄວ້ລົດຈັກຂອງທັງສອງ. ໄດ້ມີທະຫານອອກມາຢຸດແລ້ວຍິງເຊິ່ຫນ້າ (ຫນ້າຜາກ) ຜູ້ເປັນອ້າຍ ລົ້ມລົງຈົມກອງເລືອດ. ນ້ອງຊາຍເຫັນແນວນັ້ນເລີຍຢ້ານເຮັດຫຍັງບໍ່ເປັນ (ຕອນນັ້ນທະຫານກະຢ້ານຢືນຈື້ງ) ຜູ້ເປັນນອ້ງຈຶ່ງແລ່ນໜີໄດ້ໄລຍະໜື່ງທະຫານ ກໍໄດ້ຍິງໃສ່ນຳຫລັງລາວຫລາຍນັດ ແຕ່ດີທີ່ລາວໄດ້ລົ້ມລົງຂຸມອັນໜຶ່ງລາວຈຶ່ງບໍ່ຖືກຍິງ ຈາກນັ້ນ ທະຫານ ໄດ້ກັບແລ້ວລາວຈຶ່ງໄດ້ ຄ່ອຍໆໂງມທາງທີເຕັມໄປດ້ວຍຄວາມມືດ ກັບຫາບ້ານ ຈົນເດິກຈຶ່ງມາຮອດ ແລ້ວບອກພໍ່ແມ່ວ່າອ້າຍຖືກທະຫານຍິງຕາຍຢູ່ປ່າຫລັງຄ້າຍ.
ເມື່ອພໍ່ແມ່ປະຊາຊົນໄປນຳເອົາສົບມາແລະສືບຫາ ຈຶ່ງຮູ້ວ່າຂ້າຕະກອນຊື່ ທ. ຊຽງນ້ອຍ (ທະຫານຂ້າປະຊາຊົນ) ແຕ່ສິ່ງທີ່ຍອມຮັບບໍ່ໄດ້ທີ່ສຸດຄື ກອງທະຫານທີ່ນັ້ນໄດ້ຂູ່ຫ້າມບໍ່ໃຫ້ໃຜເອົາເລື່ອງນີ້ມາເວົ້າເດັດຂາດ ແລະ ກະບໍ່ຍອມເສຍຄ່າຫົວຜູ້ຕາຍ ເລີຍ ແຖມຍັງຂູ່ຂ້າໃຜເວົ້າອອກ..ຊົ່ວທີ່ສຸດໃນໂລກ. ປະຈຸບັນນີ້ ປະຊາຊົນຢ້ານ ບໍ່ກ້າເວົ້າອອກມາເລີຍ (ບ້ານ ຫນອງກວາງ, ເມືອງພູກູດ) ປະຊາຊົນໄດ້ລົບຂໍ້ຄວາມແລະຄລິບສຽງອອກຈາກເຟສ ເພາະຢ້ານບໍ່ປອດໄພ …. ສະນັ້ນ ຈຶ່ງເອົາເລື່ອງເລົ່າມາເວົ້າໃຫ້ຊາວໂລກໄດ້ຮັບຮູ້ນຳກັນ
ຢ່າງໃດກໍຕາມຂໍ້ມູນທີ່ໄດ້ຕາມແຫຼ່ງຂ່າວຍັງບໍ່ເປັນທາງການ ແນະນຳໃຫ້ຜູ້ອ່ານພິຈາລະນາເບິ່ງແລ້ວສະແດງຄວາມຄິດເຫັນກັນເດີ . ແອັດມິນຂໍສະແດງຄວາມເສຍໃຈນຳ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...







No comments:
Post a Comment