ຂປລ. ບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ, ຊຶ່ງເປັນບໍລິສັດທີ່ປຶກສາທາງດ້ານການເງິນ ເພື່ອນຳເອົາບັນດາບໍລິສັດ ຫລື ລັດວິສາຫະກິດຕ່າງໆ ເຂົ້າຈົດທະບຽນ ໃນຕະຫລາດຫລັກຊັບ ໄດ້ວາງເປົ້າໝາຍເພື່ອຈະນຳເອົາ 11 ຫາ 15 ບໍລິສັດ ເຂົ້າຈົດທະບຽນ ເພື່ອຂາຍຮຸ້ນຢູ່ໃນຕະຫລາດຫລັກຊັບລາວ ພາຍໃນປີ 2020.
ທ່ານ ສົມພັບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ ໃຫ້ສຳພາດເມື່ອບໍ່ນານມານີ້ ວ່າ: ບໍລິສັດຫລັກຊັບ ເອພີເອັມລາວ ຈະເຮັດວຽກໜັກຂຶ້ນກວ່າເກົ່າ, ພ້ອມຈະເດີນທາງໄປທົ່ວທຸກແຂວງ ໃນ ສປປ ລາວ ແບບບໍ່ມີຂໍ້ຈຳກັດ ເພື່ອຊ່ວຍເຫລືອບັນດາບໍລິສັດເອກະຊົນຕ່າງໆ ທີ່ມີຄວາມພ້ອມຢາກລະດົມທຶນ ຜ່ານທາງຕະຫລາດຫລັກຊັບລາວ ມາຂະຫຍາຍທຸລະກິດ ເພື່ອເຮັດໃຫ້ບໍລິສັດມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ໃນອະນາຄົດ. ໃນເບື້ອງຕົ້ນ ໄດ້ວາງເປົ້າໝາຍຢູ່ທີ່ ນະຄອນຫລວງວຽງຈັນ, ແຂວງຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.
ນັບຕັ້ງແຕ່ສ້າງຕັ້ງບໍລິສັດ ໃນປີ 2013 ເປັນຕົ້ນມາ, ບໍລິສັດຫລັກຊັບ ເອພີເອັມລາວ ໄດ້ນຳເອົາສາມບໍລິສັດ ຄື: ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ເຂົ້າຈົດທະບຽນ ເພື່ອຂາຍຮຸ້ນ ຢູ່ໃນຕະຫລາດຫລັກຊັບລາວ, ຊຶ່ງເຮັດໃຫ້ ສປປ ລາວ ມີທັງ 6 ບໍລິສັດທີ່ເປີດການຊື້-ຂາຍຮຸ້ນ ຢູ່ຕະຫລາດຫລັກຊັບ ພາຍຫລັງເປີດມາແຕ່ປີ 2010. ໃນປີ 2018, ບໍລິສັດດັ່ງກ່າວ ມີແຜນຈະນຳເອົາອີກສອງບໍລິສັດ ເຂົ້າຈົດທະບຽນ ໃນຕະຫລາດຫລັກຊັບ.
ປັດຈຸບັນ, ມີ 3 ບໍລິສັດໄດ້ຍື່ນຟາຍລິ້ງ (ເອກະສານເພື່ອຂໍຈົດທະບຽນເຂົ້າຕະຫລາດຫລັກຊັບ) ຕໍ່ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບແລ້ວ, ແຕ່ຍັງບໍ່ສາມາດລະບຸ ຫລື ກໍານົດເວລາໄດ້ຊັດເຈນສຳລັບການນຳບໍລິສັດເຫລົ່ານັ້ນ ເພື່ອເຂົ້າເຂົ້າຈົດທະບຽນ, ໜຶ່ງໃນນັ້ນແມ່ນຍື່ນໂດຍບໍລິສັດຫລັກຊັບ ເອພີເອັມລາວ
ເອພີເອັມລາວ ໃຫ້ຄຳປຶກສາແກ່ລູກຄ້າ ປະກອບດ້ວຍບຸກຄະລາກອນລະດັບຜູ້ບໍລິຫານບວກກັບບຸກຄະລາກອນຜູ້ປະຕິບັດງານທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ຫລາກຫລາຍໃນວົງການ ການເງິນ, ການບັນຊີ, ການທະນາຄານ, ສິນເຊື່ອໂຄງການ ແລະ ກົດໝາຍ.
ຂ່າວ: ສິງຄຳ

No comments:
Post a Comment