Monday, 23 October 2017

ໝາກຜົນຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ ຈີນ

ຂປລ. ໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ ກໍແມ່ນໝາກຜົນອັນໜຶ່ງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງ “Belt and Road Initiative” ໃນໄລຍະຫ້າປີຜ່ານມາ ອີງຕາມການຖະແຫລງຂ່າວ ໃນກອງປະຊຸມ ພັກຄັ້ງທີ XIX ຂອງພັກກອມມູນິດຈີນ ໃນວັນທີ 23 ຕຸລາ ນີ້ ທີ່ນະຄອນຫລວງປັກກິ່ງ ສປ ຈີນ.
ທ່ານ ເຄິ ຫລີເຝິງ ປະທານ ຄະນະກຳມະການປະຕິຮູບ ແລະ ພັດທະນາປະເທດຊາດ ຂອງ ສປ ຈີນ ກ່າວວ່າ: ປັດຈຸບັນມີຫລາຍກວ່າ 100 ປະເທດໃນທົ່ວໂລກ ທີ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ໃຫ້ການເຂົ້າຮ່ວມໃນຂໍ້ລິເລີມ ໜຶ່ງແລວທາງໜຶ່ງເສັ້ນທາງ. ນອຈາກນີ້, ສປ ຈີນ ຍັງໄດ້ເຊັນສັນຍາ 90 ກວ່າສະບັບ ກັບ 70 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ໃນການເສີມຂະຫຍາຍການຮ່ວມມືບົນພື້ນຖານ ຂໍ້ລິເລີ່ມດັ່ງກ່າວ. ຂໍ້ລິເລີ່ມດັ່ງກ່າວ, ແມ່ນນັບມື້ນັບຂະຫຍາຍ ຕົວຢ່າງຕໍ່ເນື່ອງໂດຍໄດ້ຮັບການຮ່ວມມືຈາກບັນດາປະເທດເພື່ອນມິດ ທັງໃນພາກພື້ນ ແລະ ສາກົນ. ຈຸດປະສົງ ກໍແມ່ນເພື່ອສ້າງຂອບຮ່ວມມື, ເຊິ່ງປະກອບດ້ວຍ 6 ເສັ້ນທາງ, ໂດຍມີຄວາມໝາຍວ່າ ການຄົມມະນາຄົມ, ຫລາກຫລາຍປະເທດ ແລະ ຫລາກຫລາຍທາງເຮືອ.
ໂຄງການທີ່ກຳລັງດຳເນີນການດ້ວຍໝາກຜົນໃນຕໍ່ໜ້າ ກໍຄື ໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການສ້າງທາງລົດໄຟຄວາມໄວສູງ ຈາກກາຕ້າ-ບັງດູ, ໂຄງການສ້າງເສັ້ນທາງລົດໄຟ ໄທ-ຈີນ ແລະ ໂຄງການສ້າງທາງລົດໄຟ ຮົງກາຣີ -ເຊີເບຍ ແລະ ອີກຫລາຍໆ ໂຄງການ ທີ່ໄດ້ຮັບຜົນຕອບຮັບເປັນຢ່າງດີ. ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ, ສປຈີນ ຍັງໄດ້ເຊັນສັນຍາການຄ້າສອງຝາຍກັບ 11 ປະເທດ ທີ່ນອນຢູ່ໃນເສັ້ນທາງສາຍໄໝ.
ພາບ-ຂ່າວ: ສຸກທະວີ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...