Monday, 23 October 2017

ອັດຕາການວ່າງງານຢູ່ ຈີນ ຫລຸດລົງຕ່ຳສຸດ 3,95%



ກະຊວງຊັບ ພະຍາກອນມະນຸດ ແລະ ຄວາມປອດໄພ ທາງສັງຄົມ ຂອງຈີນ ໄດ້ຖະແຫລງການວ່າ: ນັບແຕ່ເດືອນ ມັງກອນ-ກັນຍາ ຜ່ານມາ, ອັດຕາການ ວ່າງງານ ຂອງປະເທດນີ້ ຫລຸດລົງ 3,95%, ເປັນຕົວເລກ ຕ່ຳສຸດ ໃນຮອບ ຫລາຍປີ. ຂະນະດຽວກັນ, ຕຳແໜ່ງງານໃໝ່ ລວມມີ 10,97 ລ້ານຕຳແໜ່ງ, ເພີ່ມຂື້ນ ປະມານ 300.000 ຕໍາແໜ່ງ ເມື່ອທຽບໃສ່ ປີກາຍນີ້. ນອກຈາກນັ້ນ, ທ່ານ ເຫີລີ່ເຟິງ ປະທານຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດ(ເອັນດີອາຣຊີ) ໄດ້ກ່າວ ສະແດງ ຄວາມເຊື່ອໝັ້ນວ່າ ເສດຖະກິດຂອງປະເທດ ທີ່ມີຂະໜາດໃຫຍ່ ອັນດັບ 2 ຂອງໂລກ ຈະຂະຫຍາຍຕົວ ຕາມເປົ້າໝາຍ ໃນປີນີ້ ປະມານ 6,5%./. 
#ຂປລ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...