ລັດຖະບານໄດ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການຍົກລະດັບສີມືແຮງງານໃຫ້ແມ່ຍິງລາວ ໂດຍສະເພາະ ແມ່ຍິງຜູ້ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກໃນທົ່ວປະເທດ ໃຫ້ມີຄວາມຮູ້ຄວາມສາມາດ ເປັນພື້ນຖານໃຫ້ແກ່ການສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວເພີ່ມຂຶ້ນ ສະນັ້ນ ລັດຖະບານຈຶ່ງໄດ້ອະນຸມັດງົບປະມານ ເພື່ອກໍ່ສ້າງສູນເຝິກອົບຮົມແມ່ຍິງລາວເປັນອາຄານ 5 ຊັ້ນ ແລະ ຊັ້ນໃຕ້ດິນສຳລັບຈອດລົດ ພ້ອມປະກອບເຄື່ອງໄຟຟ້າທັງໃນອາຄານ ແລະ ນອກອາຄານ.
ສຳລັບອາຄານດັ່ງກ່າວແມ່ນໄດ້ຮັບການອອກແບບ ແລະ ຕິດຕາມການກໍ່ສ້າງໂດຍບໍລິສັດ ສຸກສະຫວັນທີ່ປຶກສາກໍ່ສ້າງ ຈຳກັດຜູ້ດຽວ ຮັບເໝົາກໍ່ສ້າງໂດຍບໍລິສັດ ລືໄຊກໍ່ສ້າງ ຈຳກັດຜູ້ດຽວ ງົບປະມານໃນການກໍ່ສ້າງແມ່ນຂອງລັດ 100% ມູນຄ່າກໍ່ສ້າງ 47,9 ຕື້ກວ່າກີບ ເຊິ່ງບໍລິສັດ ລືໄຊກໍ່ສ້າງ ຈຳກັດຜູ້ດຽວ ໄດ້ອອກງົບປະມານກໍ່ສ້າງກ່ອນ ຫຼັງຈາກນັ້ນ ລັດຖະບານຈະຊົດໃຊ້ຄືນໃນກຳນົດ 5 ປີ ເລີ່ມກໍ່ສ້າງວັນທີ 5 ພະຈິກ 2015 ແລະ ສຳເລັດວັນທີ 4 ກັນຍາ 2017 ລວມເວລາກໍ່ສ້າງ 18 ເດືອນ.
ວັນທີ 20 ຕຸລາ 2017 ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ ສູນເຝິກອົບຮົມແມ່ຍິງລາວ ເປັນກຽດຂຶ້ນກ່າວມອບຂອງທ່ານນາງ ສຸດສະດີ ລືໄຊ ປະທານບໍລິສັດ ລືໄຊກໍ່ສ້າງ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພັນລະຍາການນຳ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີດັ່ງກ່າວ ບໍລິສັດ ລືໄຊກໍ່ສ້າງ ຈຳກັດຜູ້ດຽວ ໄດ້ມອບລົດຕູ້ຈຳນວນ 2 ຄັນ ແລະ ເຄື່ອງໃຊ້ອື່ນໆໃຫ້ກັບສູນເຝິກອົບຮົມປະກອບໃຊ້ໃນວຽກງານ ລວມມູນຄ່າ 1 ຕື້ກວ່າກີບ.
ພາບ-ຂ່າວ: ຫນັງສືພິມວຽງຈັນໃຫ່ມ

No comments:
Post a Comment